ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເກີດເຫດໄຟໄໝ້ກຳປັ່ນໂດຍສານຂອງຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ
ເວລາອອກຂ່າວ: 2022-05-25 11:45:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ກອງຕຳຫຼວດປ້ອງກັນແຄມ ຝັ່ງທະເລຂອງຟີລິບປິນແຈ້ງ ໃຫ້ ຮູ້ໃນວັນທີ 23 ພຶດສະພານີ້ວ່າ: ໃນຕອນເຊົ້າມື້ດຽວກັນ, ກຳປັ່ນ ໂດຍສານລຳໜຶ່ງທີ່ບັນທຸກຜູ້ໂດຍ ສານຈຳນວນ 124 ຄົນ ແລະ ລູກ ເຮືອ 10 ຄົນ ໄດ້ເກີດເຫດໄຟໄໝ້ຢູ່ເຂດທະເລໃກ້ແຂວງຄຸຍຊອນຢູ່ທາງພາກກາງເກາະລູຊອນຂອງ ຟີລິບປິນ, ເຮັດໃຫ້ຜູ້ໂດຍສານເສຍ ຊີວິດແລ້ວຢ່າງໜ້ອຍ 7 ຄົນ ແລະ ຫາຍສາບສູນ 4 ຄົນ. ທ່ານ ອາມານດ໌ ບາລີໂລ ໂຄສົກກອງຕຳຫຼວດປ້ອງກັນເຂດ ແຄມຝັ່ງທະເລຂອງຟີລິບປິນກ່າວ ວ່າ: ໃນເວລາ 5 ໂມງມື້ດັ່ງກ່າວ, ກຳປັ່ນໂດຍສານລຳດັ່ງກ່າວໄດ້ ອອກເດີນທາງຈາກເກາະໂປລິວໂລໄປທ່າກຳປັ່ນແຫ່ງໜຶ່ງຢູ່ເມືອງ ເຣວຂອງຟີລິບປິນ ແລະ ໄດ້ເກີດ ໄຟໄໝ້ໃນເວລາໄກຈາກທ່າບໍ່ ຮອດ 1 ກິໂລແມັດ. ທ່ານ ອາມານດ໌ ບາລີໂລ ກ່າວ ຕື່ມວ່າ: ການຄົ້ນຫາຊ່ວຍເຫຼືອຍັງ ສືບຕໍ່ດຳເນີນຢູ່, ປັດຈຸບັນມີ 120 ຄົນ ໄດ້ຮັບການກອບກູ້ ແລະ ປອດໄພແລ້ວ, ຍັງມີ 3 ຄົນບາດ ເຈັບສາຫັດ ແລະ ປິ່ນປົວຢູ່ໂຮງ ໝໍ. ຕຳຫຼວດຟີລິບປິນ ໄດ້ດຳເນີນ ການສືບສວນ-ສອບສວນຊອກຫາສາເຫດທີ່ພາໃຫ້ເກີດເຫດດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ