ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນເອກ ຟາມວັນຢາງ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ
ເວລາອອກຂ່າວ: 2022-05-25 11:51:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1163 | ຄວາມນິຍົມ:



ສໍານັກຂ່າວຫວຽດນາມ ນິວ ລາຍງານວັນທີ 24 ພຶດສະພາ ນີ້ວ່າ: ທ່ານ ພົນເອກ ຟາມວັນ ຢາງ ກໍາມະການກົມການເມືອງ, ສູນກາງພັກ ຮອງເລຂາຄະນະ ພັກການທະຫານສູນກາງ, ລັດຖະ ມົນຕີກະຊວງປ້ອງກັນປະເທດໄດ້ ໃຫ້ການຕ້ອນຮັບ ທ່ານ ພົນເອກ ເຕຍບັນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດກຳປູເຈຍ. ໂອກາດນີ້, ທ່ານ ຟາມວັນຢາງ ໄດ້ສະແດງຄວາມຕ້ອນຮັບອັນ ອົບອຸ່ນ ແລະ ຊື່ນຊົມຕໍ່ຜົນສໍາເລັດ ຂອງການແລກປ່ຽນມິດຕະພາບດ້ານການປ້ອງກັນຊາຍແດນລະຫວ່າງ ຫວຽດນາມ - ກໍາປູເຈຍ ຄັ້ງທໍາອິດນີ້, ເຊິ່ງມີຄວາມໝາຍ ຄວາມສໍາຄັນອັນໃຫຍ່ຫຼວງໃນການປະກອບສ່ວນເຂົ້າໃນການ ເພີ່ມທະວີຮັດເເໜ້ນຄວາມສາມັກ ຄີລະຫວ່າງສອງປະເທດຫວຽດ ນາມ-ກຳປູເຈຍ. ສະແດງຄວາມ ຊົມເຊີຍທີ່ກໍາປູເຈຍໄດ້ຮັບມອບ ໝາຍເປັນເຈົ້າພາບງານມະຫາ ກໍາກີລາຊີເກມ ຄັ້ງທີ 32 ຕໍ່ຈາກ ຫວຽດນາມ. ທ່ານ ພົນເອກ ເຕຍບັນ ໄດ້ ຕີລາຄາສູງຕໍ່ຫວຽດນາມໃນ ການຈັດຕັ້ງການພົບປະແລກ ປ່ຽນມິດຕະພາບດ້ານປ້ອງກັນ ຊາຍແດນ ຫວຽດນາມ - ກຳປູ ເຈຍ ຄັ້ງທໍາອິດຂຶ້ນ, ພ້ອມທັງ ເນັ້ນໜັກວ່ານີ້ຖືເປັນເຫດການປະ ຫວັດສາດລະຫວ່າງກອງທັບ ສອງປະເທດ, ເຊິ່ງຈະປະກອບ ສ່ວນເພີ່ມທະວີການພົວພັນລະ ຫວ່າງກອງທັບ ແລະ ປະຊາຊົນ ບັນດາເຜົ່າຂອງສອງປະເທດ, ສະ ແດງຄວາມປິຕິຊົມຊື່ນຕໍ່ໝາກຜົນ ການຮ່ວມມືດ້ານປ້ອງກັນຊາດ ສອງຝ່າຍໃນໄລຍະທີ່ຜ່ານມາ, ພິ ເສດແມ່ນການຮ່ວມມືດ້ານຕ່າງໆ ໃນໄລຍະ 2020-2024. ເຫັນ ດີສົມທົບ ແລະ ຮັດແໜ້ນຄວາມ ສາມັກຄີກັບຫວຽດນາມໃນທຸກ ດ້ານ ໂດຍສະເພາະແມ່ນການ ແລກປ່ຽນມິດຕະພາບດ້ານການ ປ້ອງກັນຊາຍແດນ ລະຫວ່າງ ຫວຽດນາມ - ກໍາປູເຈຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ