ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊສົມບູນ ເຝິກຊ້ອມການສະແດງກ້ອນກຳລັງ ເພືອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-30 09:33:23 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 28 ມັງກອນ 2019 ນີ້ ການຝຶກຊ້ອມສະແດງ ກ້ອນກຳລັງຄັ້ງນີ້ກອງບັນຊາ ການທະຫານແຂວງໄຊສົມບູນ ໄດ້ຈັດຕັ້ງເຕົ້າໂຮມກ້ອນກຳລັງ ເຊິ່ງມີທັງໝົດ 13 ກ້ອນ, ໃນ ນັ້ນມີກ້ອນກຳລັງພະນັກງານ-ນັກຮົບ ກອງບັນຊາການທະ ຫານແຂວງ, ກ້ອນກຳລັງພະນັກ ງານ-ນັກຮົບ ກອງພັນໃຫຍ່ 101, ກ້ອນກຳລັງກອງບັນຊາ ການປ້ອງກັນຄວາມສະຫງົບ ແຂວງ, ກ້ອນກຳລັງກອງຫຼອນ-ກອງປ້ອງກັນຕົວ, ກ້ອນອົງການ ປົກຄອງແຂວງ, ກ້ອນກຳລັງອົງ ການຈັດຕັ້ງມະຫາຊົນແຂວງ, ກ້ອນຊາວໜຸ່ມແຂວງ, ກ້ອນ ເຍົາວະຊົນແຂວງ, ກ້ອນກໍາລັງ ນັກຮຽນ ມ ປາຍ, ກ້ອນກຳລັງ ປະຊາຊົນບັນດາເຜົ່າແຂວງໄຊ ສົມບູນ, ກ້ອນກຳລັງສະແດງຫັດ ກາຍ, ກ້ອນກຳລັງສະແດງຫັດ ກາຍທະຫານຕີພິເສດ, ກ້ອນກຳ ລັງສະແດງສິລະປະການຕໍ່ສູ້ ເຊິ່ງແຕ່ລະກ້ອນໄດ້ເຝິກຊ້ອມວິທີ ການເຂົ້າຮູບແຖວເປັນກ້ອນຢືນ ປັບປຸງຮູບແຖວໃຫ້ສວຍງາມ ເປັນລະບຽບຮຽບຮ້ອຍ ພ້ອມທັງ ຊ້ອມສະແດງຫັດກາຍ, ຫັດກາຍ ຕີພິເສດ ແລະ ສະແດງສິລະປະ ການຕໍ່ສູ້ເຫັນໄດ້ຈາກທ່າຈັງ ຫວະມີຄວາມຈຶກຈັກເຂັ້ມແຂງ ເປັນເອກະພາບຈົບງາມ ແລະ ສະຫງ່າຜ່າເຜີຍ, ສົມເປັນກຳ ລັງອັນແຂງແກ່ນຂອງຊາດທີ່ໄດ້ ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກ ປະຊາຊົນ ກຽມພ້ອມເຮັດສຳ ເລັດທຸກໜ້າທີ່ທີ່ຊາດມອບໝາຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ມື້ດຽວກັນນີ້ຢູ່ຫ້ອງຮັບແຂກ ກອງບັນຊາການທະຫານແຂວງ ໄຊສົມບູນ ສະຫາຍພົນຈັດຕະວາ ຮາເຕິນຕຽນ ຮອງຜູ້ບັນຊາການ ທະຫານເຂດ 4 ກອງທັບປະຊາ ຊົນຫວຽດນາມ ໄດ້ນຳກະຕ່າ ຂອງຂວັນເຂົ້າອວຍພອນຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງໄຊສົມບູນ ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ. ໂດຍ: ແກ້ວ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ