ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍີ່ປຸ່ນ-ສະຫະລັດ ອາເມຣິກາມີແຜນ ຈັດກອງປະຊຸມດ້ານເສດຖະກິດໃນເດືອນກໍລະກົດນີ້
ເວລາອອກຂ່າວ: 2022-05-27 10:56:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ສໍານັກຂ່າວກຽວໂດລາຍ ງານ ໃນວັນທີ 26 ພຶດສະພາ ນີ້ວ່າ: ສະຖານທີ່ສໍາລັບການຈັດ ກອງປະຊຸມຄະນະກໍາມະການທີ່ ປຶກສາດ້ານນະໂຍບາຍເສດຖະ ກິດໄດ້ຮັບການເປີດເຜີຍ, ຫຼັງ ຈາກທີ່ ທ່ານ ຟູມີໂອະຄີຊີດະ ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ໂຈ ໄບເດັດ ປະທານາທິບໍດີສະຫະ ລັດອາເມຣິາ ກ່າວວ່າ ຈະມີການຈັດກອງປະຊຸມດັ່ງກ່າວໃນເດືອນກໍລະກົດນີ້. ທ່ານ ຮາກິອຸດະ ກ່າວໃນວາລະ ການຖະແຫຼງຂ່າວ ໃນວັນທີ 24 ພຶດສະພາ ຜ່ານມານີ້ວ່າ, ທ່ານ ແລະ ນາງຈີນາ ໄຣນອນໂດ ລັດຖະມົນຕີກະຊວງຂົນສົ່ງສະຫະ ລັດອາເມຣິກາເຫັນດີຮ່ວມກັນ ໃນວາລະການປຶກສາຫາລືຢ່າງ ເປັນທາງການວ່າ ເກາະຮາວາຍ ເປັນສະຖານທີ່ເໝາະສົມໃນການ ຈັດກອງປະຊຸມຮ່ວມກັນໃນວາ ລະດັ່ງກ່າວ. ທ່ານ ຮາກິອຸດະ ລະບຸວ່າ, ຍີ່ປຸ່ນ ແລະ ສະຫະລັດອາເມຣິກາ ກຽມປຶກສາຫາລືກ່ຽວກັບມາດ ຕະການຮັບຮອງຄວາມໝັ້ນ ຄົງທາງດ້ານເສດຖະກິດ, ການ ສ້າງຄວາມຍືນຍົງຂອງການ ເຄື່ອນໄຫວດ້ານເສດຖະກິດ ແລະ ການເສີມສ້າງລະບຽບທາງດ້ານເສດຖະກິດໃນພາກພື້ນອິນ ໂດ-ປາຊີຟິກ. ທັງນີ້, ມີຫຼາຍປະເທດທີ່ກໍາ ລັງປະເຊີນກັບບັນຫາພາວະຢຸດ ນິ້ງໃນການເຄື່ອນໄຫວດ້ານເສດ ຖະກິດອັນເນື່ອງຈາກລາຄາອາ ຫານ ແລະ ພະລັງງານທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ພ້ອມທັງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ-19 ແລະ ບັນຫາຂໍ້ຂັດແຍ້ງລະຫວ່າງຣັດ ເຊຍ-ອູແກຣນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ