ທ່ານນາຍົກລັດຖະມົນຕີ ລົງຊຸກຍູ້ສະຫະກອນຜະລິດກາເຟ
ເວລາອອກຂ່າວ: 2019-01-31 10:02:03 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1909 | ຄວາມນິຍົມ: ![]()
ໃນຕອນແລງ ຂອງວັນທີ 28 ມັງກອນ 2019 ນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມ ດ້ວຍລັດຖະມົນຕີ, ຮອງລັດຖະ ມົນຕີກະຊວງທີ່ກ່ຽວຂ້ອງ ແລະ ການນຳແຂວງຈຳປາສັກ ໄດ້ລົງ
ຢ້ຽມຢາມ ແລະ ຊຸກຍູ້ສະຫະ
ກອນຜູ້ຜະລິດກາເຟ ຢູ່ເຂດພູພຽງ
ບໍລິເວນເມືອງບາຈຽງ, ແຂວງ ຈຳປາສັກ, ໂດຍມີຄະນະສະຫະ ກອນຜູ້ຜະລິດກາເຟ ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ.
ໃນໂອກາດດັ່ງກ່າວ, ຄະນະ ຂອງທ່ານນາຍົກລັດຖະມົນຕີໄດ້ ຮັບຟັງການລາຍງານຫຍໍ້ກ່ຽວ
ກັບສະພາບທາງດ້ານການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງ ສະຫະກອນດັ່ງກ່າວ, ເຊິ່ງເຫັນ ວ່າ: ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລິເວນ ຫຼື ເອີ້ນວ່າ ເຂດກຳເນີດຂອງກາເຟລາວ ໄດ້
ຮັບການສ້າງຕັ້ງຂຶ້ນໃນປີ 2007, ເປັນອົງກອນທີ່ຮວບຮວມເອົາ ຊາວສວນຜູ້ປູກກາເຟທັງໝົດ ຈຳ ນວນ 1.855 ຄອບຄົວ, ປະກອບ ມີກຸ່ມຜູ້ຜະລິດ 55 ກຸ່ມຍ່ອຍ, ສະ ເລ່ຍຄອບຄົວໜຶ່ງມີເນື້ອທີ່ປູກກາ ເຟ ຈຳນວນ 3 ເຮັກຕາ, ປັດຈຸບັນ ມີສະມາຊິກທັງໝົດ 1.093 ຄອບຄົວ, 48 ກຸ່ມຜູ້ຜະລິດ, 46 ບ້ານໂດຍກວມເອົາ 3 ແຂວງຄື: ສາລະວັນ, ເຊກອງ ແລະ ຈຳ ປາສັກ, ມີໂຮງງານ ແລະ ຫ້ອງ ທົດລອງ 1 ແຫ່ງ ເພື່ອເປັນຈຸດ ເຕົ້າໂຮມ, ເກັບຮັກສາ, ຄັດແຍກ ເປືອກ ແລະ ລະດັບຄຸນນະພາບ ຂອງເມັດກາເຟ, ເຊິ່ງປະສິດທິ ພາບຂອງໂຮງງານແມ່ນສາມາດ
ຜະລິດໄດ້ 20 ໂຕນຕໍ່ມື້. ສິ່ງທີ່ ເປັນຈຸດເດັ່ນຂອງສະຫະກອນ ແມ່ນມີຄວາມຮັບປະກັນຄຸນະ ພາບກາເຟ ດ້ວຍເຂົາເຈົ້າເອງ ໂດຍມີການຄວບຄຸມຄຸນນະພາບ ໃນຂະບວນການຜະລິດທຸກຂັ້ນ ຕອນນັບແຕ່ການປູກຈົນເຖິງເວ ລາທີ່ສາມາດດື່ມໄດ້, ເຊິ່ງບໍ່ມີສະ ຫະກອນໃດໃນ ສປປ ລາວທີ່ຮັບ ປະກັນໄດ້ຄືແນວນັ້ນ, ໃນນັ້ນໄດ້ ຮັບການຢັ້ງຢືນການຄ້າທີ່ເປັນ ທຳໃນປີ 2009 ພ້ອມທັງໄດ້ຮັບ ການຢັ້ງຢືນກະສິກຳອິນຊີດ້ວຍ ມາດຖານຂອງອີຢູ, ອາຊີ ແລະ ອາເມີຣິກາເໜືອ ຫຼືການາດາອີກ ດ້ວຍ, ໝາຍວ່າບໍ່ມີການນຳໃຊ້ ຝຸ່ນເຄມີ ແລະ ຢາປາບສັດຕູພືດ, ສິ່ງສໍາຄັນ ຍັງເປັນການປົກປັກ ຮັກສາສິ່ງແວດລ້ອມ, ເພີ່ມເນື້ອ ທີ່ສີຂຽວ ແລະ ສ້າງແຫຼ່ງທີ່ຢູ່ອາ ໄສຂອງສັດສາວາສິ່ງ ໄປຄຽງຄູ່ ກັບການສ້າງເສດຖະກິດຂອງ ຄອບຄົວປະຊາຊົນໃນທ້ອງຖິ່ນ, ເຮັດໃຫ້ກາເຟ ມີລາຄາສູງກວ່າ ລາຄາກາເຟທົ່ວໄປ. ພາຍໃນສະ ຫະກອນຍັງມີການບໍລິຫານແບບ ປະຊາທິປະໄຕ, ສະມາຊິກທຸກ ຄອບຄົວມີສິດເທົ່າທຽມກັນ, ມີ ຄວາມໂປ່ງໃສ ແລະ ຍຸຕິທຳ, ໃນ ນັ້ນມີຄະນະບໍລິຫານສະຫະກອນ ທີ່ເປັນຕົວແທນຂອງຊາວສວນ ຈຳ ນວນ 8 ທ່ານ, ໂດຍປະກອບ ດ້ວຍ ຄະນະກໍາມະການບໍລິຫານ ຈໍານວນ 5 ທ່ານ ແລະ ຄະນະກວດ ກາຈໍານວນ 3 ທ່ານ; ມີພະນັກ ງານຈຳວນ 35 ທ່ານທີ່ເຮັດໜ້າ ທີ່ຊຸກຍູ້ສົ່ງເສີມວຽກງານການ ຜະລິດກາເຟ ໃຫ້ແກ່ສະມາຊິກ ໍສະ ຫະກອນ ເພື່ອບັນລຸເປົ້າໝາຍການ ຜະລິດ, ການແປຮູບ, ການເກັບ ຮັກສາ, ການຕະຫຼາດ ແລະ ບັນ ຊີ-ການເງິນ. ນັບແຕ່ປີ 2007 ເປັນ
ຕົ້ນມາແມ່ນສາມາດຜະລິດກາເຟ ຂາຍຢູ່ພາຍໃນປະເທດ ໄດ້ຈຳ ນວນ 57 ພັນກວ່າໂຕນ (ໝາກ ແດງ),ສະເພາະປີ 2017-2018 ແມ່ນຜະລິດໄດ້ 8.300 ໂຕນ ຫຼື 436 ຕູ້ຄອນເທນເນີ,ໃນນັ້ນ ມີກາເຟນ້ອຍ ຫຼື ກາເຟທີ່ມີຄຸນະ ພາບ ແລະ ເປັນທີ່ນິຍົມມີເກືອບ 7 ພັນໂຕນ. ສໍາລັບຕະຫຼາດຈໍາ ໜ່າຍແມ່ນສົ່ງອອກໄປຈີນ, ເກົາ ຫຼີໃຕ້, ຍີ່ປຸ່ນ, ສິງກະໂປ, ອົດສະ ຕາລີ, ນິວຊີແລນ,ຝຣັ່ງ,ສະວິດ, ສະຫະລັດອາເມີຣິກາ ແລະ ອື່ນໆ.
ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ຄະນະບໍລິຫານ ແລະ ສະ ມາຊິກສະຫະກອນ, ໂດຍໄດ້ກ່າວ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ, ຄວາມສາມັກຄີ ແລະ ແບບຢ່າງ ອັນດີຂອງສະຫະກອນດັ່ງກ່າວ. ພ້ອມທັງມີຄຳເຫັນເນັ້ນໜັກໃຫ້ ເອົາໃຈໃສ່ປະຕິບັດກົດລະບຽບ ຂອງສະຫະກອນຕົນຢ່າງເຂັ້ມ ງວດ, ຮັກສາຄຸນນະພາບ ແລະ ມາດຖານຂອງການຜະລິດໂດຍ ເອົາໃຈໃສ່ປະຕິບັດຕາມຫຼັກການ
ແລະ ຄຳແນະນຳຂອງຊ່ຽວຊານ,
ຫ້າມນຳໃຊ້ສານເຄມີ ເຂົ້າໃນການ
ຜະລິດ, ສືບຕໍ່ເສີມຂະຫຍາຍບັນ ດາປັດໄຈທີ່ພາໃຫ້ມີຜົນສຳເລັດ ໃນໄລຍະຜ່ານມາໃຫ້ກວ້າງຂວາງ, ທັງນີ້ກໍເພື່ອເຮັດໃຫ້ກາເຟມີຄຸ ນະພາບ, ໄດ້ລາຄາສູງ, ເປັນທີ່ ຕ້ອງການຂອງລູກຄ້າ, ການຜະ ລິດກໍມີຄວາມໝັ້ນຍົງ, ສະມາຊິກ ມີລາຍຮັບ, ສາມາດປະກອບສ່ວນ ໃນການປັບປຸງຊີວິດການເປັນຢູ່ ແລະ ບ້ານຊ່ອງຂອງຕົນໃຫ້ຄວາມ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ພາກສ່ວນທີ່ກ່ຽວ ຂ້ອງຂອງລັດກໍຕ້ອງເອົາໃຈໃສ່ ຊຸກຍູ້ສົ່ງເສີມ ແລະ ປະຕິບັດນະ ໂຍບາຍທີ່ເໝາະສົມ ຕໍ່ສະຫະກອນ ເພື່ອໃຫ້ເຂົາເຈົ້າສາມາດຜະລິດ ແລະ ເຄື່ອນໄຫວວຽກງານຢ່າງ ມີປະສິດທິຜົນສູງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















