ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍສະຫະພັນແມ່ຍິງສູນ 35 ສະຫຼຸບວຽກງານຮອບດ້ານປະຈຳປີ 2018
ເວລາອອກຂ່າວ: 2019-01-31 10:05:26 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



l ໜ່ວຍສະຫະພັນແມ່ຍິງສູນ 35 ໄດ້ສະຫຼຸບວຽກງານຮອບດ້ານປະ ຈຳປີ 2018 ແລະ ວາງທິດທາງ ແຜນການປີ 2019 ນີ້, ໃນວັນ ທີ 9 ມັງກອນ 2019 ນີ້, ໂດຍ ການເຂົ້າຮ່ວມເປັນປະທານຂອງ ພັນໂທ ສົມພອນ ສຸວັນທອງ ເລຂາຄະນະພັກຮາກຖານ ຫົວ ໜ້າການເມືອງສູນ, ມີຄະນະພັກ ຄະນະບັນຊາ, ພະແນກການ, ອົງ ການຈັດຕັ້ງຊາວໜຸ່ມ ແລະ ສະມາ ຊິກເອື້ອຍນ້ອງແມ່ຍິງເຂົ້າຮ່ວມ ຢ່າງພ້ອມພຽງ. ພັນຕີ ລຸນນີ ພົມມະສານ ເລຂາໜ່ວຍສະຫະພັນແມ່ຍິງສູນ 35 ໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານຮອບ ດ້ານໃນ 1 ປີຜ່ານມາ ໜ່ວຍສະ ຫະພັນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນໜ່ວຍມີຄວາມອຸ່ນອຽນ ທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີ ຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈຮັກຊາດຮັກກຽດສັກສີຂອງແມ່ຍິງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຫ້າວຫັນຕໍ່ວິຊາສະເພາະຂອງຕົນ ເອງ, ເຊື່ອມຊຶມບັນດາເອກະ ສານຕ່າງໆຂອງສະຫະພັນແມ່ຍິງ ແລະ ມະຕິຕ່າງໆຂອງກອງທັບ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ສະແດງອອກການປະຕິບັດໜ້າ ທີ່ວຽກງານຕົວຈິງແມ່ນເຮັດສຳ ເລັດໜ້າທີ່ ທີ່ການຈັດຕັ້ງມອບ ໝາຍໃຫ້. ພ້ອມດຽວກັນນັ້ນ ຄະນະໜ່ວຍແມ່ຍິງຍັງໄດ້ຊີ້ນຳ ສະມາຊິກພາຍໃນໜ່ວຍສ້າງ ແຫຼ່ງລາຍຮັບເຂົ້າຄັງລວມຕາມ ເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງດ້ວຍການຂາຍເຄື່ອງ ຍ່ອຍ, ລ້ຽງສັດປີກໄດ້ທັງໝົດ 1.369 ໂຕ, ຕໍ່າຫູກໄດ້ 227 ຜືນ, ປູກຜັກຊະນິດຕ່າງໆໄດ້ 761 ກິໂລ, ລ້ຽງກົບ, ປາ 2.800 ໂຕ, ຍິບປັກທັກແສ່ວ 1.450 ຜືນ.ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງໃນໄລ ຍະໜຶ່ງປີຜ່ານມາສາມາດສ້າງ ລາຍຮັບຂອງບຸກຄົນ ແລະ ຄອບຄົວໄດ້ທັງໝົດ 71 ລ້ານ ກວ່າກີບ, ມີເງິນກອງທຶນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຈຳນວນ 20 ລ້ານກວ່າກີບ. ໄປຄຽງ ຄູ່ກັບການປະຕິບັດຂໍ້ແຂ່ງຂັນ 3 ດີສາມາດຄັດເລືອກໄດ້ບຸກຄົນ 3 ດີປະເພດ I ໄດ້ 33 ສະຫາຍ, ປະເພດ II ໄດ້ 15 ສະຫາຍ, ຄອບຄົວ 3 ດີ ໄດ້ 36 ສະຫາຍ. ໂດຍ: ສຸດສະດາ ແສງຄົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ