ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງອຸດົມໄຊ ປະດັບຫຼຽນໄຊ ແລະ ຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2019-01-31 10:07:15 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບ ປະຊາ ຊົນລາວ ຄົບຮອບ 70 ປີ ( 20 ມັງ ກອນ 1949 ຫາ 20 ມັງກອນ 2019 ) ໃນວັນທີ 16 ມັງກອນ 2019 ນີ້, ກອງບັນຊາການທະ ຫານແຂວງອຸດົມໄຊ ໄດ້ຈັດພິທີ ປະດັບຫຼຽນໄຊ, ຍ້ອງຍໍຜົນງານ 5 ປີ ແລະ ເລື່ອນຊັ້ນ, ເລື່ອນທຽບ ຊັ້ນໃຫ້ນາຍທະຫານຢູ່ກົມກອງ ຂອງຕົນ ໂດຍການເຂົ້າຮ່ວມເປັນ ປະທານຂອງທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງໆ ອຸດົມໄຊ, ທ່ານ ພົນຈັດຕະວາ ຈັນ ທະວອນ ໄຊຍະຜົງ ກຳມະການ ປະຈຳພັກແຂວງ ເລຂາພັກ ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງອຸດົມໄຊ, ມີ ຄະນະພັກ-ຄະນະກອງບັນຊາ ການ, ຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ໂຮງຮຽນ, ໂຮງ ໝໍ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ພັນເອກ ບຸນຍົງ ໜໍ່ແກ້ວ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນ ຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານ ປະເທດ ວ່າດ້ວຍການປະດັບຫຼຽນ ໄຊອິດສະຫຼະ, ຫຼຽນໄຊແຮງງານ, ແລະ ຫຼຽນກາແຮງງານ ໃຫ້ ນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງອຸ ດົມໄຊ ຈຳນວນ 775 ສະຫາຍ, ໃນນີ້ກົມກອງລວມໝູ່ 6 ກົມກອງ, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການມອບໃບຍ້ອງຍໍລັດ ຖະບານ ຈຳນວນ 330 ສະຫາຍ, ຂໍ້ຕົກລົງຂອງລັດຖະມົນຕີກະ ຊວງປ້ອງກັນປະເທດ ວ່າດ້ວຍ ການຍ້ອງຍໍສັນລະເສີນຜົນງານ 5 ປີ ແລະ ເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານຢູ່ກອງບັນຊາການ ທະຫານແຂວງອຸດົມໄຊ ຈຳນວນ 60 ສະຫາຍ, ໃນນີ້ເລື່ອນວາທີ ຂຶ້ນ ຮ້ອຍຕີ ຈຳນວນ 25 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 16 ສະຫາຍ, ເລື່ອນຮ້ອຍໂທ ຂຶ້ນ ຮ້ອຍເອກ 19 ສະຫາຍ. ໃນພິທີ ໄດ້ຮັບຟັງການໂອ້ລົມ ຂອງທ່ານເຈົ້າແຂວງໆອຸດົມໄຊ ເຊິ່ງກ່ອນອື່ນໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ ສຶກສາອົບຮົມການເມືອງ, ນຳພາ ແນວຄິດເປັນກົກ, ປະຕິບັດຂໍ້ກຳ ນົດ, ກົດລະບຽບຂອງກອງທັບ ວາງອອກຢ່າງເຂັ້ມງວດ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທ່ີ ວຽກງານທີ່ພັກ-ລັດ ແລະ ການ ຈັດຕັ້ງມອບໝາຍໃຫ້ສຳເລັດ ຈົ່ງ ພ້ອມກັນຮັກສາມູນເຊື້ອຂອງ ກອງທັບ ແລະ ກົມກອງໄວ້ໃຫ້ໝັ້ນ ຄົງຕະຫຼອດໄປ. ໂດຍ: ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ