ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ເສນາທິການກອງທັບ ປະດັບທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-06-22 08:55:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ວັນທີ 17 ມິຖຸນາ 2022, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະດັບທຽບຊັ້ນໃຫ້ ນາຍທະຫານ, ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາ ກອງແກ້ວ ວໍລະຈິດ ຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເສນາທິ ການກອງທັບ, ມີຄະນະພັກ-ຄະ ນະບັນຊາ ກົມກອງ ອ້ອມຂ້າງກົມ ໃຫຍ່ເສນາທິການກອງທັບ ແລະ ນາຍທະຫານທີ່ໄດ້ຮັບການປະດັບ ທຽບຊັ້ນເຂົ້າຮ່ວມ. ສະຫາຍ ພັນໂທ ສະໄຫວທອງ ບຸດດາວົງ ຮອງຫົວໜ້າພະແນກ ພະນັກງານຫ້ອງການເມືອງກົມ ໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ປະດັບທຽບຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ ຈໍານວນ 38 ສະຫາຍ, ອີງຕາມ ກົດໝາຍນາຍທະຫານກອງທັບ ປະຊາຊົນລາວ ວ່າດ້ວຍອາຍຸກະ ສຽນ ແລະ ການປະດັບຊັ້ນ, ປະ ດັບທຽບຊັ້ນໃຫ້ນາຍທະຫານ, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມພະນັກງານ, ໃນ ນັ້ນປະດັບທຽບຊັ້ນຮ້ອຍໂທ 41 ສະຫາຍ, ປະດັບທຽບຊັ້ນຮ້ອຍຕີ 4 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ກອງແກ້ວ ວໍລະຈິດ ໄດ້ສະ ແດງຄວາມຊົມເຊີຍ ແລະ ໃຫ້ທິດ ຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍ ທະຫານທີ່ໄດ້ຮັບການເລື່ອນປະ ດັບທຽບຊັ້ນໃໝ່ໃນຄັ້ງນີ້ ພ້ອມ ທັງເນັ້ນໜັກໃຫ້ແຕ່ລະສະຫາຍ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນ ທຸກດ້ານດຸໝັ່ນຊອກຮູ້ຄົ້ນຄວ້າ ຮໍ່າຮຽນ, ຍົກສູງສະຕິຄວາມເປັນ ຊາດ, ສະຕິຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ, ມີແບບແຜນໃນການ ດໍາລົງຊີວິດທີ່ປອດໃສຂາວສະ ອາດ, ເສີມຂະຫຍາຍຫົວຄິດປະ ດິດສ້າງວິທະຍາສາດ, ສຸມສະຕິ ປັນຍາວິຊາສະເພາະທີ່ຮຽນມາ ປະກອບສ່ວນເຂົ້າໃນການພັດທະ ນາກົມກອງ, ປັບປຸງລະບຽບແບບ ແຜນວິທີເຮັດວຽກຢ່າງມີຫຼັກ ການ ແລະ ເຮັດສໍາເລັດໜ້າທີ່ ການເມືອງຂອງຕົນ. ໂດຍ: ເກດຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ