ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທາບທາມ, ປະກອບຄຳເຫັນໃສ່ຮ່າງ ກົດໝາຍ ວ່າດ້ວຍ ອົງການໄອຍະການທະຫານ
ເວລາອອກຂ່າວ: 2022-06-23 08:48:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:



ວັນທີ 21 ມິຖຸນາ 2022 ນີ້, ຢູ່ກອງບັນຊາການທະຫານ ແຂວງວຽງຈັນ ໄດ້ຈັດກອງປະ ຊຸມທາບທາມ, ປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍອົງ ການໄອຍະການທະຫານ (ສະ ບັບປັບປຸງ), ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາ ກັນທອງ ສຸກເລືອງຄຳ ຫົວ ໜ້າກົມກົດໝາຍກະຊວງປ້ອງກັນ ປະເທດ, ມີບັນດາສະຫາຍຕາງໜ້າຈາກອົງການໄອຍະການ ແລະ ສານປະຊາຊົນແຂວງ, ກອງພົນທີ 1, ວິທະຍາຄານກົມມະດຳ, ກອງ ພັນໃຫຍ່ 497, ກອງບັນຊາການ ທະຫານແຂວງ-ປກສແຂວງ, ພະນັກງານວິຊາການ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ອຳເພັດ ພົມ ມະກອນ ຮອງຫົວໜ້າອົງການ ໄອຍະການທະຫານຂັ້ນສູງໄດ້ ສະເໜີຮ່າງກົດໝາຍ ວ່າດ້ວຍ ອົງການໄອຍະການທະຫານ (ສະບັບປັບປຸງ) ໂດຍຫຍໍ້, ເຊິ່ງ ກົດໝາຍດັ່ງກ່າວປະກອບມີ IX ພາກ, 9 ໝວດ 66 ມາດຕາ ໃນ ນີ້, ປັບປຸງໃໝ່ມີ 40 ມາດຕາ, ຮັກສາໄວ້ 20 ມາດຕາ ແລະ ຂຽນໃໝ່ 6 ມາດຕາ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມ ກັນປະກອບຄຳຄິດເຫັນໃສ່ຮ່າງ ກົດໝາຍວ່າ ດ້ວຍອົງການໄອ ຍະການທະຫານ ນັບແຕ່ມາດຕາ 1 ຫາມາດຕາ 66 ເພື່ອພ້ອມກັນ ປັບປຸງບັນດາເນື້ອໃນ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງເຄື່ອນໄຫວ ຕິດຕາມກວດກາຂອງອົງການ ໄອຍະການທະຫານ, ເພື່ອຮັບ ປະກັນການປະຕິບັດໜ້າທີ່ວຽກ ງານໄອຍະການທະຫານໃຫ້ມີ ປະສິດທິພາບສູງ, ແນໃສ່ປົກປ້ອງ ສິດຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບ ທໍາຂອງນາຍ ແລະ ພົນທະຫານ, ກຳມະກອນ, ພາລະກອນປ້ອງ ກັນຊາດເຮັດໃຫ້ກອງທັບມີຄວາມ ສະຫງົບ, ມີຄວາມເປັນລະບຽບ ຮຽບຮ້ອຍ, ມີແບບແຜນທັນສະ ໄໝ, ເພີ່ມທະວີນິຕິກຳໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ເອົາການ ຄຸ້ມຄອງກອງທັບ ດ້ວຍກົດໝາຍ ປະກອບສ່ວນ ໃນການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ກັນທອງ ສຸກເລືອງຄຳ ໄດ້ ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາສະຫາຍຜູ້ແທນ ກອງປະຊຸມ ທີ່ໄດ້ພ້ອມກັນສຸມ ສະຕິປັນຍາປະກອບຄຳຄິດເຫັນ ໃສ່ບັນດາເນື້ອໃນຮ່າງກົດໝາຍ ສະບັບດັ່ງກ່າວດ້ວຍຄວາມຮັບ ຜິດຊອບສູງ ແລະ ເຮັດໃຫ້ກອງ ປະຊຸມຄັ້ງນິີ້ສຳເລັດດ້ວຍໝາກ ຜົນອັນຈົບງາມ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ