ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າແຂວງ ແຂວງອຸດົມໄຊ ພົບປະໂອ້ລົມພະນັກງານ ຫຼັກແຫຼ່ງສູນເຝິກອົບຮົມ ກອງພົນທີ 3
ເວລາອອກຂ່າວ: 2022-06-23 08:54:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ:



ວັນທີ19 ມີຖຸນາ 2022 ນີ້, ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງ ເຈົ້າແຂວງ ແຂວງອຸດົມໄຊ ໄດ້ລົງພົບປະໂອ້ລົມພະນັກງານ ຫຼັກແຫຼ່ງສູນເຝິກ-ອົບຮົມກອງ ພົນທີ 3 ໂດຍໃຫ້ການເຂົ້າຕ້ອນ ຮັບມີ ສະຫາຍ ພັນໂທ ບຸນເສີດ ໂຕນສັນໄຊ ຫົວໜ້າການທະຫານ ສູນເຝິກ-ອົບຮົມກອງພົນທີ 3, ບັນດາສະຫາຍຄະນະພັກສູນ ແລະ ພະນັກງານຫຼັກແຫຼ່ງທົ່ວສູນເຝິກ ອົບຮົມເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ຍົກໃຫ້ເຫັນສະ ພາບການຂອງໂລກ, ພາກພື້ນ, ສະພາບຂອບເຂດກົມກອງຮັບ ຜິດຊອບເປັນຕົ້ນ ແມ່ນສະພາບ ພາຍໃນແຂວງອຸດົມໄຊ ການ ກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນເຊັນ ສົນທິສັນຍາມິດຕະພາບ ແລການຮ່ວມມື ແລະ ວັນສ້າງຕັ້ງ ສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ, ວັນສ້າງຕັ້ງແຂວງອຸດົມໄຊ ຄົບ ຮອບ 60 ປີ, ວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບແຂວງ ອຸດົມໄຊຄົບຮອບ 60 ປີ ທີຈະໄດ້ ຈັດຂື້ນໃນມໍ່ໆນີ້, ພ້ອມທັງສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບສູນເຝິກອົບ ຮົມກອງພົນທີ 3 ຍາດມາໄດ້ຕະ ຫຼອດໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບ ພາຍ ໃນກົມກອງມີແນວຄິດອຸ່ນອຽນ ທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ເປັນເຈົ້າການເຮັດໜ້າ ທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຫັນລົງກໍສ້າງຮາກຖານກັບພໍ່ແມ່ປະຊາຊົນໃນຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບເປັນພື້ນຖານ, ເສີມສ້າງສາຍພົວພັນລະຫວ່າງກອງທັບກັບປະຊາຊົນ, ຊ່ວຍເຫຼືອປະຊາຊົນແກ້ໄຂບັນຫາໃນເວລາສຸກເສີນ, ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີໃບໜ້າອັນໃໝ່, ເປັນເຈົ້າການເຮັດໜ້າທີປ້ອງກັນ ການສະເຫຼີມສະຫຼອງ 3 ວັນປະ ຫວັດສາດຢູ່ທີ່ແຂວງອຸດົມໄຊທີ່ ຈະຈັດຂຶ້ນໃນເດືອນ ກໍລະກົດ 2022 ນີ້ໃຫ້ມີຄວາມສະຫງົບ ປອດໄພ ແລະ ສຳເລັດລົງຢ່າງ ຈົບງາມ. ໃນໂອກາດນີ້, ຍັງໄດ້ ມອບຄອມພິວເຕີຕັ້ງໂຕະຈຳນວນ 3 ໜ່ວຍ, ປິນເຕີ 1 ຊຸດ ແລະ ເງິນຈຳນວນ 20 ລ້ານກວ່າກີບ ເພື່ອປະກອບສ່ວນໃນການພັດ ທະນາກົມກອງຕື່ມອີກ. ໂດຍ: ທອງເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ