ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບເລກ 1 ເປີດກອງປະຊຸມ ວຽກງານຈັດຕັ້ງ,ກໍ່ສ້າງພັກ-ພະນັກງານ ໄລຍະ 5 ປີ
ເວລາອອກຂ່າວ: 2022-06-23 08:58:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ຫວ່າງບໍ່ດົນຜ່ານມານີ້, ໂຮງ ຮຽນກໍ່ສ້າງນາຍສິບເລກ 1 ໄດ້ ເປີດກອງປະຊຸມວຽກງານຈັດ ຕັ້ງ, ກໍ່ສ້າງພັກ-ພະນັກງານໄລຍະ 5 ປີ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກຫົວ ໜ້າການເມືອງໂຮງຮຽນ, ມີ ຄະ ນະພັກ-ຄະນະອຳນວຍການໂຮງ ຮຽນ, ອົງການ 5 ຫ້ອງ, 4 ກອງ ພັນ ແລະ ພະນັກງານ-ສະມາຊິກພັກແຕ່ຊັ້ນຮ້ອຍເອກຂຶ້ນໄປເຂົ້າ ຮ່ວມ 246 ສະຫາຍ. ສະຫາຍ ພັນໂທ ສີທອງຄຳ ສີສະຫັວດ ຄະນະພັກໂຮງຮຽນ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ສະຫຼຸບລາຍງານຄືນຜ່ານ ການຈັດຕັ້ງເຄື່ອນໄຫວວຽກງານ ຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະ 5 ປີ ( 2017-2021) ແລະ ວາງທິດທາງແຜນການ 5 ປີ ( 2022-2026 ) ຍົກໃຫ້ເຫັນ ດ້ານຕັ້ງໜ້າ, ດ້ານອ່ອນຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ພ້ອມທັງ ໄດ້ກຳນົດທິດທາງ, ຄາດໝາຍສູ້ ຊົນແຕ່ລະດ້ານ ແລະ ວິທີການ ຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃນຊຸມປີ ຕໍ່ໜ້າ. ເຊິ່ງຄະນະພັກ-ຄະນະ ບັນຊາໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ໃຫ້ຄວາມສຳຄັນຖືວຽກງານດັ່ງ ກ່າວເປັນປາຍແຫຼມຢືນຢູ່ແຖວ ໜ້າສຸມໃສ່ປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ ຕັ້ງໜ້າຄົ້ນຄ້ວາເຊື່ອມ ຊຶມກຳແໜ້ນແນວທາງແຜນນະ ໂຍບາຍຂອງພັກ ທັດສະນະຫຼັກ ໝັ້ນກຳໄດ້ທິດສະດີມາກ-ເລນິນ ແນວຄິດ ໄກສອນ ພົມວິຫານ ທາດ ແທ້ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ປັບປຸງໂຄງຮ່າງ ການຈັດຕັ້ງສັບຊ້ອນໃຫ້ຖືກຕ້ອງ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ພ້ອມທັງ ເປີດການຮຽນ-ການສອນໃຫ້ພະ ນັກງານ-ນັກຮົບ ແລະ ຄູ-ອາ ຈານ ເພື່ອເປັນການຢັ້ງຢືນດ້ານ ຄຸນທາດການເມືອງໃນຖັນແຖວ ພະນັກງານສະມາຊິກພັກ ມີ ຄວາມໜັກແໜ້ນຕໍ່ອຸດົມການສັງ ຄົມນິຍົມ ມີຄວາມຕັ້ງຕໍ່ບໍລິສຸດ ຕໍ່ພັກ ຕໍ່ປະເທດຊາດ ມີນ້ຳໃຈເສຍ ສະຫຼະ ເພື່ອຜົນປະໂຫຍດລວມ ຂອງຊາດ, ເປັນກຳລັງຫຼັກແຫຼ່ງ ປະຕິບັດແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານຂອງພັກ, ເອົາໃຈ ໃສ່ບູລະນະການຈັດຕັ້ງພັກແຕ່ລະຂັ້ນລົງຮອດຮາກຖານພັກ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ສາມາດເຄື່ອນໃຫວຊີ້ນຳ-ນຳ ພາຕາມພາລະບົດບາດຂອງຕົນ ແລະ ຊີ້ນຳຍູ້ແຮງຂະບວນການ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເປັນຂະບວນ ກວ້າງຂວາງກາຍເປັນສະຕິຄວາມ ຮັບຜິດຊອບທັງເປັນມາດຖານ ເພື່ອປະເມີນຄຸນນະພາບໃນການ ຊີ້ນຳ-ນຳພາຂອງຄະນະພັກແຕ່ ລະຂັ້ນ, ຕິດພັນກັບການສ້າງກອງ ວັດທະນະທຳຢູ່ ພາຍໃນໂຮງ ຮຽນໃຫ້ຮັບປະກັນດ້ານປະລິ ມານ ແລະ ຄຸນນະພາບສູງຂຶ້ນ. ຜ່ານການຈັດຕັ້ງປະຕິບັດການ ຕີລາຄາແບ່ງປະເພດໄດ້ຮັບການ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີ 2021 ປະເພດແຂງ 12 ໜ່ວຍພັກ, ປະ ເພດກາງ 11 ໜ່ວຍພັກ, ສະມາ ຊິກພັກແຂງ 389 ສະຫາຍ, ຍິງ 121 ສະຫາຍ, ກາງ 17 ສະ ຫາຍ, ຍິງ 4 ສະຫາຍ. ວຽກງານ ພະນັກງານໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດໃຫ້ພະນັກງານມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິວັດ, ມີຄວາມຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງຂອງຕົນ ແລະ ສຸມໃສ່ປະຕິບັດແຜນການ ກໍ່ສ້າງ-ບຳລຸງພະນັກງານເຫຼົ່າ ຮົບວິຊາສະເພາະໄປຍົກລະດັບ ທາງດ້ານການທະຫານ, ທິດສະດີ ການເມືອງທັງພາຍໃນ ແລະ ຕ່າງ ປະເທດ ເພື່ອເຮັດໃຫ້ຖັນແຖວ ພະນັກງານ ມີຄວາມຮູ້ຄວາມສາ ມາດກຳແໜ້ນແນວທາງແຜນ ນະໂຍບາຍຂອງພັກ ຫຼັກມູນທິດ ສະດີມາກ-ເລນິນ ແລະ ວິຊາສະເພາະຕ່າງໆສູງຂຶ້ນກາຍເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ. ກອງປະຊຸມໄດ້ຄົ້ນຄວ້າ ແລະ ຜັດປ່ຽນກັນປະກອບຄຳ ຄິດ, ຄຳເຫັນຢ່າງກົງໄປກົງມາ ຕໍ່ກັບທິດທາງຄາດໝາຍສູ້ຊົນໃນ ຊຸມປີຕໍ່ໜ້າ ເພື່ອພ້ອມກັນສືບຕໍ່ ຈັດຕັ້ງປະຕິບັດວຽກງານຈັດຕັ້ງ ພັກ, ກໍ່ສ້າງພັກ-ພະນັກງານໃນທົ່ວໂຮງຮຽນໃຫ້ມີທ່າກ້າວຂຶ້ນ ແລະ ກາຍເປັນຮູບປະທຳຕົວຈິງ. ໂອກາດດຽວກັນນິ້ີີຍັງໄດ້ຮັບ ຟັງການໂອ້ລົມຈາກຫົວໜ້າການ ເມືອງໂຮງຮຽນເຊິງສະຫາຍໄດ້ ເນັ້ນໜັກຫຼາຍບັນຫາທີ່ສຳຄັນ ໂດຍສະເພາະຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ ຈົ່ງຂຸ້ນຂ້ຽວນຳ ເອົາເນື້ອໃນມະຕິກອງປະຊຸມຄັ້ງ ນີ້ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ ທົ່ວເຖິງ ເພື່ອເຮັດໃຫ້ຄະນະພັກ, ພະນັກງານທີ່ເຮັດວຽກງານການ ຈັດຕັ້ງພັກ-ພະນັກງານຕະຫຼອດ ຮອດພະນັກງານ-ສະມາຊິກພັກ ພາຍໃນອົງການກົມກອງໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງແນໃສ່ເຮັດ ໃຫ້ວຽກງານຈັດຕັ້ງ, ກໍ່ສ້າງພັກ- ພະນັກງານຢູ່ໂຮງຮຽນນັບມື້ມີ ບົດບາດສູງຂຶ້ນ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ