ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການໄອຍະການປະຊາຊົນ ພິຈາລະນາແກ້ໄຂຄະດີຢາເສບຕິດ 2.212 ເລື່ອງ
ເວລາອອກຂ່າວ: 2022-06-23 09:01:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ນັບແຕ່ເລີ່ມຈັດຕັ້ງປະບັດວາ ລະແຫ່ງຊາດ ກ່ຽວກັບການແກ້ ໄຂບັນຫາຢາເສບຕິດ ແຕ່ເດືອນ ກັນຍາ ປີ 2021 ຮອດປັດຈຸບັນ ອົງການໄອຍະການປະຊາຊົນ ໄດ້ຮັບສໍານວນຄະດີຢາເສບຕິດ ຈໍານວນທັງໝົດ 2.582 ເລື່ອງ. ໃນນີ້, ໄດ້ພິຈາລະນາແກ້ໄຂແລ້ວ ຈໍານວນ 2.212 ເລື່ອງ ເທົ່າກັບ 85,67 %; ໄດ້ສັ່ງຟ້ອງສົ່ງສານ ແລ້ວຈໍານວນ 2.005 ເລື່ອງ, ໄດ້ຊັດມ້ຽນຄະດີຈໍານວນ 11 ເລື່ອງ, ໂຈະການດໍາເນີນຄະດີ 3 ເລື່ອງ, ໄດ້ສົ່ງຄືນໃຫ້ເຈົ້າໜ້າທີ່ ທໍາການສືບສວນ-ສອບສວນຄືນ ໃໝ່ 193 ເລື່ອງ, ກໍາລັງຄົ້ນ ຄວ້າ 370 ເລື່ອງ ເທົ່າກັບ 14,33 %, ຈາກສະຖິຕິດັ່ງກ່າວ ເຫັນວ່າ ການດໍາເນີນຄະດີຢາເສບຕິດແມ່ນມີຄວາມເຂັ້ມງວດ ແລະ ຮັດ ກຸມຂຶ້ນກວ່າເກົ່າ. ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ ໄດ້ລາຍງານກ່ຽວ ກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ ແລະ ການ ຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນຂອງອົງ ການສືບສວນ-ສອບສວນ ຕໍ່ກອງ ປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ມິຖຸນາ 2022 ນີ້ ເຊິ່ງໄດ້ໃຫ້ຮູ້ວ່າ:ຕໍ່ກັບການຕິດ ຕາມກວດກາການນໍາໃຊ້ມາດຕະ ການສະກັດກັ້ນ ທີ່ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ນັບແຕ່ເດືອນທັນວາ 2021 ເປັນຕົ້ນມາ ເປັນໄລຍະ ທີ່ອົງການໄອຍະການປະຊາຊົນ ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ເຊິ່ງ ວຽກງານຕົ້ນຕໍທີ່ອົງການໄອຍະ ການປະຊາຊົນສູງສຸດ ແມ່ນການ ຕິດຕາມກວດກາການດໍາເນີນຄະດີຢາເສບຕິດ, ການສັ່ງຟ້ອງ ຜູ້ຖືກຫາຄະດີຢາເສບຕິດຂຶ້ນ ສານໃຫ້ຖືກຕ້ອງຕາມກົດໝາຍ ແລະ ເຂັ້ມງວດຮັບປະກັນຂໍ້ມູນ ຫຼັກຖານທີ່ຖືກຕ້ອງ ແລະ ນໍາ ເອົາຜູ້ກະທໍາຜິດມາລົງໂທດຕາມ ກົດໝາຍຢ່າງເດັດຂາດ ແລະ ທັນການ. ບົນພື້ນຖານວາລະ ແຫ່ງຊາດດັ່ງກ່າວນັ້ນຜ່ານມາ ອົງການໄອຍະການປະຊາຊົນ ໄດ້ສຸມໃສ່ຕິດຕາມກວດກາການ ດໍາເນີນຄະດີຢາເສບຕິດດ້ວຍ ຄວາມຮັບຜິດຊອບສູງຂຶ້ນກວ່າ ເກົ່າ ໂດຍສະເພາະແມ່ນການ ຕິດຕາມກວດກາ ການນໍາໃຊ້ມາດ ຕະການສະກັດກັ້ນ ຂອງອົງການ ສືບສວນ-ສອບສວນ ຕາມມາດ ຕາ 136 ຂອງກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ເປັນຕົ້ນ ແມ່ນການກັກຕົວ, ການຈັບຕົວ, ການກັກຂັງພາງ ແລະ ການປ່ອຍ ຕົວພາງ ຜູ້ຖືກຫາຄະດີຢາເສບຕິດ ໃຫ້ມີຄວາມເຂັ້ມງວດຂຶ້ນກວ່າ ເກົ່າ. ແຕ່ປີ 2021 ມາຮອດປັດ ຈຸບັນອົງການໄອຍະການປະ ຊາຊົນ ໄດ້ອອກຄໍາສັ່ງຈັບຕົວ ຈໍານວນ 3.279 ສະບັບ, ໄດ້ ກວດກາຄໍາສັ່ງ ກັກຕົວ ແລະ ອອກຄໍາສັ່ງກັກຂັງພາງ 14.714 ສະບັບ,ອອກຄໍາສັ່ງຕໍ່ກໍານົດເວ ລາ ກັກຂັງພາງ 12.770 ສະ ບັບ. ໃນນີ້, ໄດ້ກັກຂັງຜູ້ຖືກຫາຄະ ດີຢາເສບຕິດທັງໝົດ 6.628 ຄົນ ເທົ່າກັບ 45,04 % ຂອງຈໍາ ນວນຜູ້ຖືກຫາທັງໝົດ 14.714 ຄົນ. ໃນນີ້, ອົງການໄອຍະການ ປະຊາຊົນ ໄດ້ອອກຄໍາສັ່ງປ່ອຍ ຕົວພາງ ຜູ້ຖືກຫາຄະດີອາຍາ ທົ່ວໄປ 916 ຄົນ ແຕ່ສໍາລັບຜູ້ ຖືກຫາຄະດີຢາເສບຕິດແມ່ນບໍ່ ໄດ້ປ່ອຍຕົວພາງ. ທ່ານ ໄຊຊະນະ ໂຄດພູທອນ ໃຫ້ຮູ້ອີກວ່າ: ຜ່ານການຕິດ ຕາມກວດກາ ເຫັນວ່າອົງການ ສືບສວນ-ສອບສວນຂອງເຈົ້າ ໜ້າທີ່ຕໍາຫຼວດ ສ່ວນໃຫຍ່ໄດ້ເອົາ ໃຈໃສ່ປະຕິບັດຕາມສິດ ແລະ ໜ້າທີ່ ໃນການດໍາເນີນການສືບສວນ-ສອບສວນ, ການປະຕິບັດມາດ ຕະການສະກັດກັ້ນ ໂດຍລວມ ແມ່ນໄດ້ປະຕິບັດຢ່າງຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແຕ່ກໍມີບາງກໍລະນີທີ່ບໍ່ທັນເຂັ້ມ ງວດໃນການຈັດຕັ້ງປະຕິບັດ ເຊິ່ງອົງການໄອຍະການປະຊາ ຊົນກໍໄດ້ມີການປະສານສົມທົບ ກັບອົງການສືບສວນ-ສອບສວນ ເພື່ອແກ້ໄຂຕາມລະບຽບກົດໝາຍ ດ້ວຍການອອກຄໍາແນະນໍາ ແລະ ການຈັດກອງປະຊຸມຮ່ວມ. ຫຼັງຈາກນັ້ນບັນດາທ່ານສະ ມາຊິກສະພາແຫ່ງຊາດໃນແຕ່ລະເຂດເລືອກຕັ້ງໄດ້ປະກອບຄຳເຫັນ ໃສ່ບົດລາຍງານດັ່ງກ່າວຢ່າງ ກົງໄປກົງມາ ແລະ ຍົກໃຫ້ເຫັນ ຫຼາຍບັນຫາຄົງຄ້າງ, ບົດຮຽນ ທີ່ຖອດຖອນໄດ້ ແລະ ອຸປະສັກ ສິ່ງທ້າທາຍໃນການຈັດຕັ້ງປະຕິ ບັດວຽກງານໃນຕະຫຼອດໄລຍະ ທີ່ຜ່ານມາ ແນໃສ່ເພື່ອເຮັດໃຫ້ບົດ ລາຍງານດັ່ງກ່າວມີເນື້ອໃນຄົບ ຖ້ວນອຸດົມສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງໄດ້ຢ່າງມີ ປະສິດທິຜົນ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ