ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນສອນຂັບລົດ 404 ເປີດບັ້ນອົບຮົມ ການເມືອງ-ນໍາພາແນວຄິດ ປະຈຳປີ 2022
ເວລາອອກຂ່າວ: 2022-06-23 09:12:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:



ວັນທີ 16 ມີຖຸນາ 2022 ນີ້, ໂຮງຮຽນສອນຂັບລົດ 404 ໄດ້ ເປີດບັ້ນອົບຮົມການເມືອງ-ນຳ ພາແນວຄິດ ແລະ ເປີດຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສາຍຄໍາ ພົມມະວົງ ຮອງຫົວໜ້າຫ້ອງການ ເມືອງ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ, ຄະນະ ອໍານວຍການໂຮງຮຽນຕະຫຼອດ ຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງ ອາລຸນ ຫົວໜ້າພະແນກໂຄສະ ນາ-ອົບຮົມ ຫ້ອງການເມືອງ ກົມ ໃຫຍ່ເຕັກນິກກອງທັບ ໄດ້ຜ່ານ ຄໍາສັ່ງແນະນຳຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍ ການຈັດຕັ້ງອົບຮົມການເມືອງ- ແນວຄິດ ປະຈໍາປີ 2022 ເພື່ອ ເຄື່ອນໄຫວວຽກງານອົບຮົມການ ເມືອງ-ນໍາພາແນວຄິດໃຫ້ໄດ້ຮັບ ຜົນດີ ແລະ ມີບາດກ້າວຂະຫຍາຍ ຕົວດີກວ່າເກົ່າ, ເພື່ອເຮັດລ້ອນ ໜ້າທີ່ການເມືອງທີ່ຂັ້ນເທິງມອບ ໝາຍໃຫ້ ແລະ ເປັນການຜັນຂະ ຫຍາຍມະຕິຄໍາສັ່ງຕ່າງໆຂອງ ຂັ້ນເທິງເຂົ້າໃນທຸກຂົງເຂດວຽກ ງານຢ່າງກວ້າງຂວາງ, ເປັນການ ສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ນັກຮົບ ຢູ່ບັນດາຮາກຖານ, ແນໃສ່ເຮັດ ໃຫ້ພະນັກງານ-ນັກຮົບກໍາເນື້ອ ໃນເອກະສານຕ່າງໆ ແລະ ນໍາ ໄປຈັດຕັ້ງປະຕິບັດເຂົ້າສູ່ຊີວິດ ຕົວຈິງໃຫ້ເກີດດອກອອກຜົນ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ກໍາໄດ້ແນວທາງການປ່ຽນແປງ ໃໝ່ຂອງພັກ ເຂົ້າທຸກຂົງເຂດວຽກ ງານ ພ້ອມທັງເຊື່ອມຊຶມມະຕິ ຄໍາສັ່ງຂອງພັກ-ກົດໝາຍຂອງ ລັດ ແລະ ຂໍ້ກໍານົດ, ກົດລະບຽບ ຂອງກອງທັບ. ແນໃສ່ເຮັດໃຫ້ ພະນັກງານ-ສະມາຊິກພັກມີສະ ຕິລະວັງຕົວ ແລະ ຮູ້ຕອບຕ້ານ ກົນອຸບາຍຫັນປ່ຽນ ໂດຍສັນຕິ ຂອງສັດຕູໃນທ່າມກາງສະພາບ ການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດໄດ້ມີການຜັນແປ ໄປຢ່າງສັບສົນ, ພ້ອມທັງເປັນ ການສຶກສາອົບຮົມໃຫ້ພະນັກ ງານ-ນັກຮົບເຂົ້າໃຈເນື້ອໃນທາດ ແທ້ຂອງວຽກງານການເມືອງ-ແນວຄິດໃນຂົງເຂດການທະຫານ ເພື່ອສ້າງລະບົບແນວຄິດຂອງ ຊົນຊັ້ນກໍາມະກອນໃຫ້ແກ່ພະນັກ ງານ-ນັກຮົບໃຫ້ມີແນວຄິດອຸ່ນ ອຽນທຸ່ນທ່ຽງ, ຕັ້ງໜ້າເຮັດສໍາ ເລັດໜ້າທີ່ການເມືອງຂອງຕົນ ເປັນຢ່າງດີ. ພ້ອມນີ້, ໄດ້ເປີດຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢ່າງເປັນທາງການ. ໃນພິທີຍັງໄດ້ປະກາດການ ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນ ທະຫານ ຢູ່ໂຮງຮຽນສອນຂັບ ລົດ 404 ຈໍານວນ 3 ສະຫາຍ. ໃນນີ້, ເລື່ອນທຽບຊັ້ນສິບເອກ ຂຶ້ນ ວາທີ 2 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ. ໂດຍ: ວຽງສະຫວັນ ສີຊະນະດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ