ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງນໍ້າທາ ປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ
ເວລາອອກຂ່າວ: 2022-06-23 09:13:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 434 | ຄວາມນິຍົມ:



ວັນທີ 21 ມິຖຸນາ 2022 ນີ້, ກອງບັນຊາການທະຖານແຂວງ ຫຼວງນໍ້າທາ ໄດ້ຈັດພິທີປາຖະກະ ຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ2022 ) ແລະ ວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022). ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພັນເອກ ຫຸມພັນ ແກ້ວວັງລາດ ຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງ, ມີຄະນະພັກ-ຄະ ນະບັນຊາ, ພະນັກງານຫຼັກແຫຼ່ງ 5 ຫ້ອງ, ກົມກອງອ້ອມຂ້າງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ສະຫາຍ ພັນເອກ ຫຸມພັນ ແກ້ວວັງລາດ ໄດ້ຍົກໃຫ້ເຫັນ ຄວາມໝາຍ, ຄວາມສໍາຄັນ, ປະ ຫວັດຄວາມເປັນມາ, ມູນເຊື້ອ ແຫ່ງຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ທີ່ເຄີຍມີມາແຕ່ລະຍຸກ ແຕ່ລະສະ ໄໝ ໂດຍສະເພາະແມ່ນນັບແຕ່ສະ ໄໝຮ່ວມຂຸມຄອງຕໍ່ສູ້ກູ້ຊາດຕ້ານ ການຮຸກຮານ ແລະ ຕີສັດຕູໂຕ ດຽວກັນ ຄືພວກລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ ຈົນສາ ມາດຍາດໄດ້ໄຊຊະນະ, ປົດປ່ອຍ ປະເທດຊາດ, ປົດປ່ອຍປະຊາຊົນ ອອກຈາກແອກປົກຄອງຂອງ ພວກຕ່າງດ້າວ, ມາຮອດໄລຍະ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ແລະ ເຖິງປັດຈຸ ບັນ ສອງຊາດ ລາວ-ຫວຽດນາມ ອ້າຍນ້ອງຍິ່ງເພີ່ມທະວີ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບໃຫ້ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ການ ຈັດຕັ້ງປາຖະກະຖາໃນຄັ້ງນີ້, ເພື່ອ ເປັນການລະນຶກເຖິງຄຸນງາມ ຄວາມດີຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນ ໃຫຍ່ຫຼວງ, ລໍ້າຄ່າໃນພາລະກິດ ປະຕິວັດປົດປ່ອຍຊາດ ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ເປັນການຫວນຄືນມູນເຊື້ອ ແຫ່ງຄວາມສາມັກຄີລະຫວ່າງ ສອງຊາດລາວ-ຫວຽດນາມ ແລະ ສະເຫຼີມສະຫຼອງວັນປະຫວັດ ສາດທີ່ສໍາຄັນດັ່ງກ່າວໃຫ້ເຕັມ ໄປດ້ວຍຄວາມໝາຍອັນເລິກເຊິ່ງ ແລະ ມີຂະບວນການຟົດຟື້ນທັງ ເປັນການໂຄສະນາ, ສຶກສາອົບ ຮົມພະນັກງານ-ສະມາຊິກພັກ, ໃຫ້ຮັບຮູ້ ແລະ ເຂົ້າໃຈຕື່ມກ່ຽວກັບ ມູນເຊື້ອແຫ່ງການພົວພັນມິດ ຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ລາວ-ຫວຽດນາມ ໃຫ້ ເລິກເຊິ່ງ ແລະ ສືບຕໍ່ເສີມຂະຫຍາຍ ມູນເຊື້ອດັ່ງກາວໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໂດຍ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ