ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບລົດຈັກໃຫ້ພະນັກງານປະຈໍາປ້ອມປ້ອງກັນເສັ້ນທາງລົດໄຟ
ເວລາອອກຂ່າວ: 2022-06-23 09:15:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 631 | ຄວາມນິຍົມ:



ວັນທີ 20 ມິຖຸນາ 2022 ນີ້, ກອງຮ້ອຍ 202 ທະຫານແຂວງ ຫຼວງພະບາງ ໄດ້ມອບ-ຮັບພາ ຫະນະ ປະເພດລົດຈັກເວບ 100 ໃຫ້ບັນດາໝວດທີ່ປະຕິບັດໜ້າ ທີ່ປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ໂດຍປະຕິບັດຕາມການ ແນະນໍາຂອງກົມສູ້ຮົບ, ກົມໃຫຍ່ ເສນາທິການກອງທັບ ວ່າດ້ວຍ ການປະກອບພາຫະນະລົດຈັກ ໃຫ້ກົມກອງທີ່ເຮັດໜ້າທີ່ປ້ອງ ກັນເສັ້ນທາງລົດໄຟ ລາວ-ຈີນ, ໃຫ້ມີຄວາມສະຫງົບປອດໄພ ແລະ ອີງຕາມຄົ້ນຄວ້າເຫັນດີ ເປັນເອກະພາບຂອງຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານແຂວງຫຼວງພະບາງ, ເຊິ່ງໃນນີ້ ໄດ້ມອບລົດຈັກເວບ 100 ຈໍານວນ 2 ຄັນ ແລະ ໂທລະ ສັບຕັ້ງໂຕະ ຈໍານວນ 1 ໜ່ວຍ, ມູນຄ່າ 32 ລ້ານກີບ, ໂດຍ ສະຫາຍ ພັນຕີ ສົມນະ ແສນເຮືອງເຫຼັກ ຫົວໜ້າການ ທະຫານ ກອງຮ້ອຍ 202 ທະ ຫານແຂວງຫຼວງພະບາງ ເປັນ ຜູ້ກ່າວມອບ ແລະ ມີຄໍາເຫັນຊີ້ນໍາໃຫ້ຄະນະຮັບຜິດຊອບບັນດາໝວດປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ຈົ່ງພ້ອມກັນເອົາ ໃຈໃສ່ໃນການປົກປັກຮັກສາ, ບົວລະພັດເຊັດ ແລະ ສ້ອມແປງ ພາຫະນະເຕັກນິກໃນເວລາຕິດ ຂັດເປ່ເພ, ພ້ອມກັນນີ້ກໍຕ້ອງນໍາໃຊ້ໃຫ້ເກີດປະໂຫຍດແກ່ສ່ວນລວມ, ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງການຈັດ ຕັ້ງ ພັກ-ລັດມອບໝາຍໃຫ້, ພ້ອມ ກັນນີ້ ກໍຕ້ອງເພີ່ມທະວີຍົກສູງສະ ຕິໃນການຈັດຕັ້ງປະຕິບັດຂໍ້ກໍາ ນົດ, ກົດລະບຽບ ທີ່ຂັ້ນເທິງວາງ ອອກໃຫ້ເຂັ້ມງວດ, ເພື່ອຮັບປະກັນ ເຮັດໃຫ້ຂອບເຂດຮັບຜິດຊອບ ປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ສະຫງົບປອດໄພ 100%. ສະຫາຍ ພັນຕີ ຄໍາຕຸ້ຍ ໄຊສົງຄາມ ຫົວໜ້າໝວດປ້ອງ ກັນເສັ້ນທາງທາງລົດໄຟ ລາວ- ຈີນ ກອງຮ້ອຍ 202 ໄດ້ຕາງ ໜ້າຄະນະກ່າວຮັບ ແລະ ສະ ແດງ ຄວາມຂອບໃຈເປັນຢ່າງສູງທີ່ ຍາມໃດຄະນະພັກຂັ້ນເທິງກໍໄດ້ ໃຫ້ ຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມຫຍຸ້ງຍາກຈໍາ ເປັນໃນການເຄື່ອນໄຫວປະຕິບັດ ໜ້າທີ່ຂອງກໍາລັງປ້ອງກັນເສັ້ນ ທາງລົດໄຟ ລາວ-ຈີນ, ຈຶ່ງໄດ້ນໍາ ເອົາພາຫະນະລົດຈັກມາມອບໃຫ້ ໃນຄັ້ງນີ້, ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າ ຈະປົກປັກຮັກສາຄຸ້ມ ຄອງ ແລະ ນໍາໃຊ້ພາຫະນະດັ່ງ ກ່າວໃຫ້ເກີດຜົນປະໂຫຍດ ແລະ ສາມາດນໍາໃຊ້ໄດ້ໃນຍາວນານ. ໂດຍ: ແສງທອງ ອຸດົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ