ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດອີທີແອລ ຈຳກັດ ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-06-23 09:24:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 851 | ຄວາມນິຍົມ:



ໃນວັນທີ 15 ມິຖຸນາ 2022 ນີ້, ພະແນກການທະຫານທ້ອງຖິ່ນ ຫ້ອງເສນາທິການ ກອງບັນຊາ ການທະຫານແຂວງໄຊຍະບູລີ ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ໃຫ້ກຳລັງປ້ອງ ກັນຕົວ ໝວດເອກະລາດ ບໍລິສັດ ອີທີແອລ ຈຳກັດ ສາຂາ ແຂວງ ໄຊຍະບູລີ ພາຍຫຼັງທີ່ໄດ້ຮັບການ ອົບຮົມ-ຫັດແອບມາເປັນເວ ລາ 7 ວັນ, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນເອກ ໄວຍາ ກອນ ເພັດສະລາດ ຫົວໜ້າ ຫ້ອງເສນາທິການ ກອງບັນຊາ ການທະຫານແຂວງໄຊຍະບູລີ, ມີ ສະຫາຍ ຄຳພຸດ ວິລະວົງ ອຳນວຍການ ບໍລິສັດ ອີທີແອລ ຈຳກັດ ສາຂາ ແຂວງໄຊຍະບູລີ, ມີຄະນະຮັບຜິດຊອບ, ຄູ-ອາ ຈານ, ແຂກຖືກເຊີນ ແລະ ນັກເຝິກອົບ ຮົມເຂົ້າຮ່ວມ. ການຈັດຕັ້ງຫັດແອບຍິງເປົ້າ ໝາຍດ້ວຍລູກປືນແທ້ໃນຄັ້ງນີ້, ເພື່ອເປັນການຕີລາຄາຄືນຄຸນນະ ພາບ, ຄວາມຮັບຮູ້ຂອງນັກເຝິກ ອົບຮົມ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ມີຄວາມຊຳນິຊຳນານ ໃນການນຳໃຊ້ອາວຸດ-ຍຸດໂທປະ ກອນ ທາງດ້ານສິລະປະຍຸດ-ຍຸດ ທະວິທີ ເພື່ອສາມາດເຄື່ອນໄຫວ ຮັບໃຊ້ວຽກງານປ້ອງຊາດ-ປ້ອງ ກັນຄວາມສະຫງົບ ແລະ ເຮັດ ໃຫ້ສຳເລັດໜ້າທີ່ການເມືອງ ຂອງຕົນປະກອບສ່ວນເຂົ້າໃນ ການປົກປັກ ຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ຕາມ ແນວທາງປ້ອງກັນຊາດຂອງ ພັກ, ຜ່ານການຫັດແອບຍິງຕົວ ຈິງເຫັນວ່ານັກເຝິກອົບຮົມແຕ່ ລະສະຫາຍກຳແໜ້ນບົດຮຽນ ໄດ້ດີ ສາມາດບັນລຸໄດ້ຕາມຄາດ ໝາຍທີ່ວາງໄວ້ ແລະ ມີຄວາມ ຮັບປະກັນປອດໄພ 100%. ໂດຍ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ