ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຜີຍແຜ່ບັນດາຮ່າງເອກະສານ ກ່ຽວກັບວຽກງານຄົ້ນຄວ້າ-ສັງລວມ
ເວລາອອກຂ່າວ: 2022-06-24 10:47:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ:



ກອງປະຊຸມເຜີຍແຜ່ບັນດາ ຮ່າງເອກະສານກ່ຽວກັບວຽກ ງານຄົ້ນຄວ້າ-ສັງລວມ ໄດ້ຈັດ ຂຶ້ນໃນວັນທີ 21 ມິຖຸນາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນໄຊ ຄຳພາ ວົງ ຮອງຫົວໜ້າຫ້ອງການ ກົມ ໃຫຍ່ການເມືອງກອງທັບ, ມີບັນ ດາສະຫາຍທີ່ຮັບຜິດຊອບກ່ຽວ ກັບວຽກງານຄົ້ນຄວ້າ-ສັງລວມ ຈາກກົມ, ຫ້ອງການ, ກອງທີ່ຂຶ້ນ ກັບ ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ເນດຕະ ນາ ນໍລະສິນ ຫົວໜ້າພະແນກຄົ້ນ ຄວ້າສັງລວມ ໄດ້ໃຫ້ຮູ້ວ່າ: ວຽກ ງານຄົ້ນຄວ້າ-ສັງລວມ ເປັນວຽກ ໜຶ່ງ ທີ່ສຳຄັນເປັນວຽກທີ່ຕ້ອງກຳ ແໜ້ນສະພາບການເຄື່ອນໄຫວ ວຽກງານວິຊາສະເພາະຂອງບັນ ດາກົມກອງ ເພື່ອສະເໜີລາຍງານ ແລະ ຂໍທິດຊີ້ນຳຈາກກະຊວງປ້ອງ ກັນປະເທດ ກໍຄືກົມໃຫຍ່ການ ເມືອງກອງທັບ. ເພື່ອເຮັດໃຫ້ເນື້ອ ໃນຮູບແບບເອກະສານເປັນເອກະ ພາບສົມບູນທີ່ເປັນເສນາທິການ ໃຫ້ແກ່ຂັ້ນເທິງໃນການເຄື່ອນ ໄຫວ ແລະ ປະຕິບັດໜ້າທີ່ການ ເມືອງໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍ. ພ້ອມທັງ, ຜ່ານ ແຈ້ງການຂອງກົມໃຫຍ່ການ ເມືອງກອງທັບ ອີງຕາມແຈ້ງການ ຂອງຫ້ອງວ່າການກະຊວງປ້ອງ ກັນປະເທດ ກ່ຽວກັບການສະຫຼຸບ ວຽກງານຮອບດ້ານປະຈຳອາ ທິດ, ເດືອນ, ໄຕມາດ, 6 ເດືອນ ແລະ ປີ, ອີງຕາມທິດຊີ້ນຳຂອງຄະ ນະພັກກົມໃຫຍ່ການເມືອງກອງ ທັບ ກ່ຽວກັບການຈັດຕັ້ງສະຫຼຸບ ວຽກງານຮອບດ້ານປະຈຳອາ ທິດ, ເດືອນ, ໄຕມາດ, 6 ເດືອນ ແລະ ປີ ເພື່ອຮັບປະກັນໃຫ້ແກ່ການ ສະຫຼຸບສັງລວມບັນດາໜ້າວຽກທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ຮັບການຕິດຕາມ, ກວດກາ, ຊຸກຍູ້ ແລະ ຈັດຕັ້ງປະຕິ ບັດຖືກຕ້ອງຕາມທິດຊີ້ນຳຂອງ ຄະນະພັກກົມໃຫຍ່ການເມືອງ ກອງທັບ. ດ່ັງນັ້ນ, ກົມໃຫຍ່ການເມືອງກອງທັບຈຶ່ງແຈ້ງມາຍັງບັນ ດາກົມ, ຫ້ອງການ ແລະ ກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບໃຫ້ຈັດຕັ້ງສະຫຼຸບລາຍງານ ບັນດາວຽກງານຕ່າງໆສົ່ງໃຫ້ ຫ້ອງການ ກົມໃຫຍ່ການເມືອງ ກອງທັບ (ພະແນກຄົ້ນຄວ້າສັງ ລວມ) ຕາມເວລາທີ່ກຳນົດໄວ້. ຈາກນັ້ນ, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ເຜີຍແຜ່ບັນ ດາຮ່າງເອກະສານຈຳນວນໜຶ່ງ ກ່ຽວກັບວຽກງານຄົ້ນຄວ້າ-ສັງ ລວມ ເພື່ອຄວາມເປັນເອກະພາບ ກ່ຽວກັບການ ສ້າງເນື້ອໃນເອກະ ສານໃນທົ່ວອົງການກົມໃຫຍ່ການ ເມືອງກອງທັບ ໃຫ້ເປັນລະບົບ ແລະ ສົມບູນແບບຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ