ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດຮຸ່ງເຮືອງຄຸນນະທຳ ທີ່ປືກສາກົດໝາຍ ຈໍາກັດ ມອບເຄື່ອງໃຫ້ທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2022-06-24 10:48:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 642 | ຄວາມນິຍົມ:



ໃນວັນທີ 17 ມິຖຸນາ 2022 ຄະນະບໍລິສັດ ຮຸ່ງເຮືອງຄຸນນະ ທຳ ທີ່ປຶກສາກົດໝາຍ ຈຳກັດ ໄດ້ມອບເຄື່ອງໃຫ້ກອງບັນຊາ ການທະຫານນະຄອນຫຼວງ ວຽງຈັນ, ເຊິ່ງນຳໂດຍ ສະຫາຍ ສຸຍ ເວີຍ ຮອງຜູ້ອຳນວຍການ ບໍລິສັດ ພ້ອມຄະນະ, ໃຫ້ກຽດ ຕ້ອນຮັບຂອງ ສະຫາຍ ພັນໂທ ຄໍາສິງ ພົນປະເສີດ ຮອງຫົວ ໜ້າຫ້ອງເສນາທິການທະຫານ ນະຄອນຫຼວງວຽງຈັນ ພ້ອມຄະ ນະ, ມີພະນັກງານວິຊາການທີ່ ກ່ຽວຂ້ອງທັງສອງພາກ ສ່ວນ ເຂົ້າຮ່ວມ. ເຄື່ອງທີ່ນຳມາມອບໃນຄັ້ງນີ້: ມີຕູ້ເຢັນ 1 ໜ່ວຍ ມູນຄ່າ 3.500.000 ກີບ ກ່າວມອບໂດຍ ສະຫາຍ ສຸຍ ເວີຍ ຮອງຜູ້ອຳນວຍ ການ ບໍລິສັດຮຸ່ງເຮືອງຄຸນນະທຳ ທີ່ປຶກສາກົດໝາຍ ຈຳກັດ ແລະ ໄດ້ກ່າວສະແດງຄວາມທັກທາຍ ສະບາຍດີ ເຖິງຄະນະພັກ-ຄະ ນະບັນຊາກົມກອງ ແລະ ພະ ນັກງານ-ນັກຮົບ ພ້ອມທັງອວຍ ພອນໄຊອັນປະເສີດ ຈົ່ງມີຄວາມ ສຸກ, ມີຜົນສຳເລັດໃນໜ້າທີ່ວຽກ ງານທີ່ການຈັດຕັ້ງຂັ້ນເທິງມອບ ໝາຍໃຫ້, ມີຄວາມອົດທົນບຸກບືນ ຫ້າວຫັນ ເອົາໃຈໃສ່ປະກອບສ່ວນ ຢ່າງຕັ້ງໜ້າຕໍ່ວຽກປ້ອງກັນ ຊາດເຂັ້ມແຂງທຸກດ້ານ, ແນໃສ່ ເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະຫງົບປອດໄພໂດຍພື້ນຖານ ແລະ ແກ້ໄຂໄດ້ທັນເວລາ, ປະຕິບັດຕາມສິດ, ໜ້າທີ່ ພາລະ ບົດບາດຂອງກົມກອງໃຫ້ມີປະ ສິດທິພາບ ແລະ ມີຜົນງານທີ່ພົ້ນ ເດັ່ນຂຶ້ນຫຼາຍດ້ານ. ຕາງກ່າວຮັບໂດຍ ສະຫາຍ ພັນໂທ ຄໍາສິງ ພົນປະເສີດ ເຊິ່ງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຄະນະບໍລິສັດຮຸ່ງເຮືອງ ຄຸນນະທຳທີ່ປຶກສາກົດໝາຍ ຈຳກັດ ທີ່ເຫັນໄດ້ຄວາມສໍາຄັນ ເພື່ອເປັນການກະຕຸກຊຸກຍູ້ໃຫ້ ກຳລັງໃຈນາຍ ແລະ ພົນທະຫານ ໃນກຳລັງປະກອບອາວຸດ ເວົ້າ ລວມ-ເວົ້າສະເພາະ ກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ, ທີ່ປະຕິບັດໜ້າທີ່ການເມືອງ ຂອງຕົນ ແລະ ທັງເປັນການຢ້ຽມ ຢາມຖາມຂ່າວເຊິ່ງກັນ ແລະ ກັນ ໃນການຫັດແໜ້ນຄວາມ ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນປະກອບສ່ວນເຂົ້າໃນວຽກ ງານປ້ອງກັນຊາດໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ ແລະ ເຮັດ ສຳເລັດໜ້າທີ່ ທີ່ການຈັດຕັ້ງມອບ ໝາຍໃຫ້. ພ້ອມທັງມອບໃບກຽດຕິຄຸນ ໃຫ້ບໍລິສັດຮຸ່ງເຮືອງຄຸນນະທຳ ທີ່ປຶກສາກົດໝາຍຈຳກັດ ຢ່າງ ສົມກຽດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ຕອນບ່າຍວັນດຽວກັນ ຄະນະພັກ ກອງບັນຊາການທະຫານ ນະ ຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ພັນເອກ ບຸນເຈີ ຄໍາມະວົງ ຫົວໜ້າຫ້ອງພະລາທິການ ທະ ຫານນະຄອນຫຼວງວຽງຈັນ ຍັງ ໄດ້ຕ້ອນຮັບ ຄະນະ ປກສ ປ້ອງ ກັນຄວາມສະຫງົບ ປ້ອງກັນທີ່ ຕັ້ງ, ນຳໂດຍ ສະຫາຍ ພັນເອກ ກິຕັນ ໄພໂລດ ຫົວໜ້າ ປກສ ປ້ອງກັນທີ່ຕັ້ງ ນະຄອນຫຼວງວຽງ ຈັນ ພ້ອມຄະນະ, ຈຸດປະສົງເພື່ອ ເປັນການພົບປະແລກປ່ຽນ ຮັດ ແໜ້ນຄວາມສາມັກຄີລະຫວ່າງ ສອງກຳລັງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ໃນການໄປມາ ຫາສູ່ເຊິ່ງກັນ ແລະ ກັນ ທັງເປັນ ການຢ້ຽມຢາມຖາມຂ່າວແລກ ປ່ຽນຕໍ່ການປະຕິບັດໜ້າທີ່ການ ເມືອງຂອງຕົນ ໃຫ້ມີຜົນສຳເລັດ ສູງຂຶ້ນກວ່າເກົ່າ. ໂດຍ: ສຸລິຍາ ພາບ: ສຸພາວະດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ