ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການຮັບຮອງເອົາຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຊຸດທີ 2 ຢູ່ກຸ່ມຕາດກະຈຳ ເມືອງຊຽງເງິນ
ເວລາອອກຂ່າວ: 2022-06-24 11:02:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 302 | ຄວາມນິຍົມ:



ວັນທີ 16 ມິຖຸນາ 2022, ຢູ່ທີ່ສະໂມສອນຂອງ ບ້ານເບີ 10 ເມືອງຊຽງເງິນ, ໄດ້ຈັດພິທີ ປະກາດການຮັບຮອງເອົາຄອບ ຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ ຊຸດທີ 2 ປະຈຳປີ 2021, ຢູ່ກຸ່ມຕາດກະຈຳ ເມືອງຊຽງເງິນ ແຂວງຫຼວງພະບາງ, ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ຄຳແພງ ອານຸສຸກ ຄະ ນະປະຈຳພັກເມືອງ ຫົວໜ້າ ການທະຫານ ກອງບັນຊາການ ທະຫານເມືອງຊຽງເງິນ, ມີ ສະຫາຍ ພັນໂທ ຄຳແດງ ໄຊຍະ ຫານ ຫົວໜ້າພະແນກກໍ່ສ້າງ ຮາກຖານ ກອງບັນຊາການທະ ຫານແຂວງ, ມີອຳນາດການ ປົກຄອງບ້ານອ້ອມຂ້າງພາຍໃນ ກຸ່ມ ແລະ ຄອບຄົວພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ບຸນທາຍ ເກດແກ້ວ ຊ່ວຍວຽກຂະແໜງກໍ່ ສ້າງຮາກຖານ ກອງບັນຊາການ ທະຫານເມືອງຊຽງເງິນ ໄດ້ ຜ່ານບົດສະຫຼຸບການກໍ່ສ້າງ ຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ ປະຈຳປີ 2021, ຊຸດທີ 2 ໃຫ້ຮູ້ວ່າ: ກຸ່ມຕາດກະຈໍາມີ 5 ບ້ານ, ມີ 794 ຄອບຄົວ, ມີພົນລະເມືອງທັງໝົດ 4.938 ຄົນ, ຍິງ 2.515 ຄົນ, ປະກອບມີ 3 ຊົນເຜົ່າ. ໃນນັ້ນ, ມີເຜົ່າກຶມມຸ ກວມເອົາ 75%, ເຜົ່າລາວລຸ່ມ ກວມເອົາ 5% ແລະ ເຜົ່າມົ້ງ ກວມເອົາ 20%, ປະຊາຊົນສ່ວນ ຫຼາຍຖືເອົາການປູກຝັງ-ລ້ຽງ ສັດເປັນອາຊີບຕົ້ນຕໍ ແລະ ການ ບໍລິການຄ້າຂາຍຈໍານວນໜຶ່ງ. ຜ່ານການປະເມີນຕາມ 6 ມາດ ຖານເງື່ອນໄຂຂອງການກໍ່ສ້າງ ຄອບຄົວປ້ອງກັນຊາດເຂັ້ມ ແຂງ, ສາມາດປະເມີນເປັນຄອບ ຄົວປ້ອງກັນຊາດເຂັ້ມແຂງ ຊຸດທີ 2 ໄດ້ 62 ຄອບຄົວ ເທົ່າກັບ 7,80%, ຍັງບໍ່ທັນໄດ້ 63 ຄອບຄົວ ເທົ່າກັບ 7,93%. ພ້ອມທັງ, ມອບໃບຢັ້ງຢືນຄອບ ຄົວປ້ອງກັນຊາດເຂັ້ມແຂງໃຫ້ ພາກສ່ວນທີ່ກ່ຽວຂ້ອງຢ່າງສົມ ກຽດ. ໂອກາດນີ້, ສະຫາຍ ພັນໂທ ຄຳແພງ ອານຸສຸກ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນລຳ ເລັດດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ບັນດາຄອບຄົວທີ່ໄດ້ຮັບນາມມະຍົດໃນຄັ້ງນີ້, ຈົ່ງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນ ດີງາມນີ້ໄວ້ໃຫ້ໝັ້ນຄົງ, ພ້ອມ ທັງເນັ້ນໜັກໃຫ້ຄະນະຮັບຜິດ ຊອບ ແລະ ອຳນາດການປົກ ຄອງບ້ານ, ສືບຕໍ່ປຸກລະດົມອູ້ມຊູຊ່ວຍເຫຼືອຄອບຄົວທີ່ຍັງບໍ່ທັນໄດ້ຄົບມາດຖານເງື່ອນໄຂ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ແນວທາງຂອງ ພັກ-ລັດ ຢ່າງເລິກເຊິ່ງ, ປະກອບ ສ່ວນເຂົ້າຮ່ວມເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ພາຍໃນບ້ານໃຫ້ມີ ຄວາມປອດໄພ ແລະ ເປັນລະ ບຽບຮຽບຮ້ອຍ ເພື່ອພ້ອມກັນ ເຮັດສຳເລັດພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ໂດຍ: ວຽງເພັດ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ