ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 644 ປະກາດການຍົກຂັ້ນເງິນເດືອນ ແລະ ການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-06-27 08:48:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ວັນທີ 22 ມິຖຸນາ 2022 ນີ້, ກອງພັນໃຫຍ່ 644 ໄດ້ປະ ກາດການຍົກຂັ້ນເງິນເດືອນ ແລະ ການເລື່ອນຊັ້ນໃຫ້ນາຍ ທະຫານ ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄຳສີ ພົມມະຈັນ ຫົວໜ້າການເມືອງ ກອງພັນໃຫຍ່ 644, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກພະ ແນກການ, ກົມກອງອ້ອມຂ້າງ ຕະຫຼອດຮອດນາຍທະຫານທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນລົ້ນ ໄຊ ຍະລາດ ຫົວໜ້າພະແນກການ ເມືອງ ກອງພັນໃຫຍ່ 644 ໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການຍົກ ຂັ້ນເງິນເດືອນ ຈາກຊັ້ນ ພັນໂທ ຂຶ້ນຮັບເງິນຊັ້ນ ພັນເອກ ໃຫ້ນາຍ ທະຫານ ຢູ່ກອງພັນໃຫຍ່ 644 ຈຳນວນ 3 ສະຫາຍຄື: ສະຫາຍ ພັນໂທ ຄຳຕັ້ງ ມຸກສະຫວັນ ຮອງ ຫົວໜ້າພະແນກເສນາທິການ, ສະຫາຍ ພັນໂທ ໄພບູນ ກິ່ງຄຳເພັດ ຫົວໜ້າຂະແໜງສັງລວມ ພະແນກ ເຕັກນິກ ແລະ ສະຫາຍ ພັນໂທ ສີຊະນະ ພານິດ ຫົວໜ້າຂະແໜງ ອົບຮົມ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ ກອງພັນໃຫຍ່ 644 ທັງໝົດ 45 ສະຫາຍ. ໃນນັ້ນ, ເລື່ອນຊັ້ນຈາກ ຮ້ອຍເອກ ຂຶ້ນ ພັນຕີ 16 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 7 ສະ ຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 5 ສະ ຫາຍ ແລະ ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ 17 ສະຫາຍ. ສະຫາຍ ຫົວໜ້າການເມືອງ ກອງພັນໃຫຍ່ 644 ໄດ້ມີຄໍາເຫັນ ຫຼາຍບັນຫາສໍາຄັນຕໍ່ນາຍທະ ຫານທີ່ໄດ້ຮັບການຍົກຂັ້ນເງິນ ເດືອນ ແລະ ໄດ້ຮັບການເລື່ອນ ຊັ້ນໃໝ່, ພ້ອມທັງຮຽກຮ້ອງໃຫ້ ແຕ່ລະສະຫາຍຈົ່ງພ້ອມກັນເອົາ ໃຈໃສ່ປະຕິບັດໜ້າທີ່ວຽກງານ ໃຫ້ດີກວ່າເກົ່າ, ເພີ່ມທະວີຄວາມ ຮັບຜິດຊອບການເມືອງຂອງຕົນ ໃຫ້ສູງຂຶ້ນ, ສືບຕໍ່ເຝິກຝົນຫຼໍ່ຫຼອມ ຕົນເອງທາງດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິ ວັດ ແລະ ພ້ອມກັນເຮັດສໍາເລັດ ໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ໄດ້ ຮັບຜົນສໍາເລັດສູງ. ໂດຍ: ສົມສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ