ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງບໍລິຄຳໄຊ ປະກາດການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ
ເວລາອອກຂ່າວ: 2022-06-27 08:51:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 17 ມິຖຸນາ 2022 ນີ້, ກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ຈັດພິທີປະ ກາດລຸລວງມອບເງິນນະໂຍບາຍ ອຸດໜູນບຳນານ ໃຫ້ບັນດາພະ ນັກງານທີ່ໄດ້ຮັບການອະນຸມັດ ໃຫ້ພັກການຮັບບຳນານ, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ວົງພະຈັນ ແກ້ວບຸນ ເຮືອງ ຄະນະພັກກອງບັນຊາ ການ ຫົວໜ້າຫ້ອງເຕັກນິກກອງ ບັນຊາການທະຫານແຂວງ ບໍລິຄຳໄຊ, ມີຄະນະພັກກອງ ບັນຊາການ, ຄະນະຫ້ອງ, ພະ ແນກການກ່ຽວຂ້ອງ ແລະ ພະ ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສົມຈັນ ພົມມະລາ ຫົວໜ້າພະແນກພະ ນັກງານ ຫ້ອງການເມືອງ ທະຫານ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າ ດ້ວຍ ການອະນຸມັດໃຫ້ນາຍທະ ຫານພັກການ ຮັບບໍານານ, ໂດຍ ອີງຕາມກົດໝາຍ ວ່າດ້ວຍ ປະ ກັນສັງຄົມ (ສະບັບປັບປຸງ) ແລະ ກົດໝາຍ ວ່າດ້ວຍ ນາຍ ທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ກະຊວງປ້ອງ ກັນປະເທດຕົກລົງອະນຸມັດ ໃຫ້ ພະນັກງານອາວຸໂສ ຢູ່ກອງບັນ ຊາການທະຫານແຂວງບໍລິຄຳໄຊ ຈຳນວນ 8 ສະຫາຍ, ພັກການ ຮັບບໍານານ ແລະ ມອບເງິນນະໂຍ ບາຍໃຫ້ຢ່າງສົມກຽດ ໂດຍ ສະຫາຍ ພັນເອກ ວົງພະຈັນ ແກ້ວບຸນເຮືອງ ເປັນຜູ້ກ່າວມອບ. ພ້ອມທັງ, ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານ ແລະ ໄຊ ຊະນະທີ່ບັນດາພະນັກງານອາ ວຸໂສ ທີ່ໄດ້ອຸທິດເລືອດເນື້ອ ເຫື່ອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ເວົ້າລວມ, ເວົ້າສະເພາະ ປະກອບສ່ວນຢ່າງຕັ້ງໜ້າໃນ ການສ້າງສາກົມກອງໃນທະ ຫານແຂວງບໍລິຄຳໄຊ ໄດ້ມີ ຄວາມເຕີບໃຫຍ່ເຂັ້ມແຂງເປັນ ກ້າວໆມາ, ພ້ອມທັງຮຽກຮ້ອງ ໃຫ້ພະນັກງານອາວຸໂສ ຈົ່ງສືບ ຕໍ່ປະກອບສ່ວນວຽກງານຢູ່ທ້ອງ ຖິ່ນ ທີ່ຕົນພັກເຊົາ ແລະ ສຶກສາ ອົບຮົມການເມືອງ-ນຳພາແນວ ຄິດ ໃຫ້ປະຊາຊົນບັນດາເຜົ່າ, ຊາວໜຸ່ມ, ເຍົາວະຊົນທີ່ເກີດໃໝ່ ໃຫຍ່ລຸນມີຄວາມຮັບຮູ້ເຊື່ອມ ຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລ ຍະໃໝ່ຂອງພັກ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ