ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍສູນກາງ 103 ກອງທັບ ເປີດຊຸດອົບຮົມໃນຫົວຂໍ້ “ພະຍາດໄຂ້ເລືອດອອກ ( Deng Fever )”
ເວລາອອກຂ່າວ: 2022-06-27 08:52:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ວັນທີ 21 ມິຖຸນາ 2022 ນີ້, ທີ່ສະໂມສອນໂຮງໝໍສູນກາງ 103 ກອງທັບ ໄດ້ເປີດຊຸດອົບຮົມ ໃນຫົວຂໍ້ “ພະຍາດໄຂ້ເລືອດອອກ ( Deng Fever )” ເພື່ອອົບຮົມ ໃຫ້ບັນດາພະນັກງານວິຊາການ ແພດ-ໝໍ, ພະຍາບານ ແລະ ອາສາສະໝັກ ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ດຣ ນາງ ຄອນວິໄລ ຂີນທະວົງ ຮອງອໍານວຍການ ຫົວໜ້າພະ ແນກປິ່ນປົວພະຍາດສາຍພາຍ ໃນ, ມີຄະນະຫ້ອງ, ຄະນະພະ ແນກ, ພະນັກງານວິຊາການ ແລະ ອາສາສະໝັກພາຍໃນ ໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ດຣ ນາງ ວິໄລວັນ ວິໄລ ຫົວໜ້າພະແນກ ຊຶມເຊື້ອ ໂຮງໝໍສູນກາງ 103 ກອງທັບ ບັນລະຍາຍໃນຫົວຂໍ້ “ພະຍາດໄຂ້ເລືອດອອກ ( Deng Fever )”. ເນື່ອງຈາກການ ແຜ່ລະບາດຂອງພະຍາດໄຂ້ ເລືອດອອກໃນປັດຈຸບັນມີຈໍາ ນວນຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆ ຈຶ່ງໄດ້ເປີດຊຸດອົບຮົມດ້ານທິດ ສະດີວິຊາການ-ການປິ່ນປົວ ເຊິ່ງມີເນື້ອໃນຄື: ການກວດ, ການບົ່ງມະຕິ, ການຮັກສາ ແລະ ການຕິດຕາມອາການຄົນເຈັບ ໃນແຕ່ລະກໍລະນີ ຂອງຜູ້ເປັນໄຂ້ ເລືອດອອກ ເພື່ອໃຫ້ບັນດາພະ ນັກງານວິຊາການແພດ-ໝໍ ໄດ້ ຖອດຖອນ ແລະ ແລກປ່ຽນ ຄວາມຮູ້ວິຊາການຢ່າງກົງໄປ ກົງມາ ສາມາດຮັບຮູ້ ແລະ ເຂົ້າໃຈໃນການປິ່ນປົວຄົນເຈັບ ໄດ້ຢ່າງຖືກຕ້ອງ, ເພື່ອນໍາເອົາ ວິຊາການຕ່າງໆໄປໝູນໃຊ້ໃນ ໜ້າທີ່ວຽກງານວິຊາສະເພາະ ຕົວຈິງໃຫ້ໄດ້ຮັບໝາກຜົນດີ. ພ້ອມນີ້, ສະຫາຍ ພັນໂທ ດຣ ນາງ ຄອນວິໄລ ຂີນທະວົງ ໄດ້ເນັ້ນຢໍ້າແກ່ແພດ-ໝໍ ໂດຍສະ ເພາະພະຍາບານທີ່ເຮັດໜ້າທີ່ ໃກ້ຊິດຕິດຕາມອາການຂອງ ຄົນເຈັບພະຍາດໄຂ້ເລືອດອອກ ຈົ່ງກໍາແໜ້ນທິດສະດີ ແລະ ຫຼັກ ການໃນການຕິດຕາມອາການ ຄົນເຈັບພະຍາດໄຂ້ເລືອດອອກຢ່າງເຂັ້ມງວດ ສາມາດກວດ, ບົ່ງມະຕິ, ຕິດຕາມອາການເພື່ອ ປິ່ນປົວຄົນເຈັບໄດ້ຢ່າງຖືກຕ້ອງ ຮັບປະກັນໄດ້ຄວາມປອດໄພຕໍ່ ຊີວິດຂອງຄົນເຈັບ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ