ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຄະນະປະຕິບັດງານພິເສດລັດຖະບານແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຫົວໜ້າກອງບັນຊາການທະຫານເຂດ 7
ເວລາອອກຂ່າວ: 2022-06-29 08:24:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 193 | ຄວາມນິຍົມ:



ເນື່ອງໃນໂອກາດທີີ່ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ຫົວໜ້າຄະນະປະຕິ ບັດງານພິເສດລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍຄະນະເດີນ ທາງໄປ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ, ໃນຕອນ ຄໍ່າຂອງວັນທີ 24 ມິຖຸນາຜ່ານມາ, ໂດຍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຈັດຕະ ວາ ຫງວຽນ ເຈືອງຖັງ ຫົວໜ້າ ກອງບັນຊາການ ທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຫງວຽນ ເຈືອງຖັງ ໄດ້ແຈ້ງ ສະພາບການພັດທະນາ ເສດຖະ ກິດ-ສັງຄົມ ຢູ່ນະຄອນໂຮ່ຈິມິນ ກໍຄື ການເຄື່ອນໄຫວເຮັດໜ້າທີ່ ປົກປັກຮັກສາເຂດນໍ້າແດນດິນ ແລະ ການພັດທະນາກອງບັນຊາ ການທະຫານເຂດ 7 ກອງທັບ ປະຊາຊົນ ຫວຽດນາມ ໃຫ້ສະ ຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຮັບຊາບ, ເຊິ່ງຍາມໃດກອງ ບັນຊາການ ທະຫານເຂດ 7 ກໍ ໄດ້ສຸມໃສ່ກໍ່ສ້າງກໍາລັງຂອງຕົນ ໃຫ້ມີຄວາມພ້ອມຮອບດ້ານ ເພື່ອ ກຽມພ້ອມເຮັດສາເລັດໜ້າທີ່ ທີ່ ພັກ-ລັດ ແລະ ປະຊາຊົນຫວຽດ ນາມ ມອບໝາຍໃຫ້. ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸຸ່ນ ຂອງກອງທັບປະຊາຊົນ ຫວຽດ ນາມ ໂດຍສະເພາະແມ່ນກອງ ບັນຊາການທະຫານເຂດ 7 ທີ່ໄດ້ ເອົາໃຈໃສ່ຕ້ອນຮັບການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນໂຮ່ຈິມິນຂອງຄະນະຜູ້ ແທນຝ່າຍລາວໃນຄັ້ງນີ້ ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ, ການ ເຄື່ອນໄຫວຄັ້ງນີ້ ເປັນການປະ ກອບສ່ວນອັນສໍາຄັນເຂົ້າໃນການ ເພີ່ມພູມຄູນສ້າງມິດຕະພາບອັນ ຍິ່ງໃຫຍ່, ສາຍພົວພັນແບບພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງ ຊາດລາວ-ຫວຽດນາມ ໃຫ້ໝັ້ນ ຄົງທະນົງແກ່ນຕະລອດກາລະ ນານ, ໂດຍສະເພາະແມ່ນເສີມຂະ ຫາຍສາຍພົວພັນຮ່ວມມືລະ ຫວ່າງຄະນະປະຕິບັດງານພິເສດ ລັດຖະບານແຫ່ງສປປ ລາວ ກັບ ກອງບັນຊາການທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ ໃຫ້ແໜ້ນແຟ້ນເລິກເຊິ່ງຍິ່ງໆຂຶ້ນ. ກ່ອນເດີນທາງກັບຄືນປະເທດ ສະຫາຍ ພົນໂທ ທອງລອຍ ສີລິວົງ ພ້ອມຄະນະ ຍັງໄດ້ເດີນທາງໄປ ຢ້ຽມຢາມບໍລິສັດຮ່ວມມືປາຊີ ຟິກໄຟຟ້າແຮງລົມຕັ້ງຢູ່ແຖບແຄມ ທະເລຫ່າງຈາກນະຄອນຫຼວງ ໂຮ່ຈິມິນປະມານ 200 ກິໂລແມັດ ເຊິ່ງບໍລິສັດດັ່ງກ່າວໄດ້ສ້າງຕັ້ງ ຂຶ້ນໃນປີ 2001 ເປັນບໍລິສັດພັດ ທະນາແບບຍືນຍົງ, ບົນພື້ນຖານ ສ້າງຄຸນຄ່າທີ່ແທ້ຈິງ, ມີວິໄສທັດ ປະກອບສ່ວນສ້າງການບໍລິການທີ່ດີທີ່ສຸດໃຫ້ໄດ້ຕາມມາດຕະຖານ ແລະ ຄວາມຕ້ອງການຂອງສັງ ຄົມສັງຄົມ, ນອກຈາກນີ້, ບໍລິ ສັດຮ່ວມມືປາຊີຟິກຍັງເຮັດໜ້າ ທີ່ເປັນບໍລິສັດພັດທະນາດ້ານອຸດ ສາຫະກາ, ວິສະວະກໍາ, ການຈັດ ຊື້ ແລະ ການກໍ່ສ້າງ ມາຮອດ ປັດ ຈຸບັນແມ່ນໄດ້ພັດທະນາ ແລະ ຂະ ຫຍາຍຕົວກວມເອົາເຂດພາກ ເໜືອ, ພາກກາງ ແລະ ທົ່ວພາກ ໃຕ້ຫວຽດນາມ. ໂດຍ: ຊາຍສົມສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ