ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນທີ 8 ທະຫານແຂວງຄໍາມ່ວນ ປະກາດການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ
ເວລາອອກຂ່າວ: 2022-06-29 08:31:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 422 | ຄວາມນິຍົມ:



ວັນທີ 16 ມິຖຸນາ 2022, ກອງພັນທີ 8 ກອງບັນຊາການ ທະຫານແຂວງຄຳມ່ວນ ໄດ້ປະ ກາດການບົ່ງຕົວແຕ່ງຕັ້ງຄະນະ ພັກຮາກຖານ ພ້ອມທັງ ປັບປຸງ ການຈັດຕັ້ງທີ່ມີການປ່ຽນແປງ ຄືນໃໝ່, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງຄຳມ່ວນ, ມີ ຄະນະພັກ-ຄະ ນະບັນຊາ, ພະແນກການທີ່ກ່ຽວ ຂ້ອງ ພ້ອມດ້ວຍພະນັກງານ-ນັກ ຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ໜູຄຳ ນຽມຜາຈັນ ຫົວໜ້າພະແນກພະ ນັກງານ ແລະ ສະຫາຍ ພັນໂທ ໄພວັນ ລືເດດ ຫົວໜ້າພະແນກ ຈັດຕັ້ງພັກ ກອງບັນຊາການທະ ຫານແຂວງຄຳມ່ວນ ໄດ້ພັດ ປ່ຽນກັນ ຜ່ານມະຕິຕົກລົງຂອງ ຄະນະປະຈຳພັກກອງບັນຊາ ການທະຫານແຂວງຄຳມ່ວນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ແລະ ຜ່ານ ຂໍ້ຕົກລົງ ວ່າດ້ວຍການປັບປຸງ ການຈັດຕັ້ງ ທີ່ມີການປ່ຽນແປງ ຢູ່ກອງພັນທີ 8 ຄື: ຕົກລົງແຕ່ງ ຕັ້ງ ສະຫາຍ ພັນໂທ ຈານສອນ ທອງສະມຸດ ເປັນຫົວໜ້າການ ທະຫານ, ສະຫາຍ ພັນໂທ ສີທອງ ໄຊຈຳລີ ເປັນຮອງເລ ຂາຄະນະພັກຮາກຖານ ພ້ອມທັງ ເປັນຫົວໜ້າການເມືອງ, ສະຫາຍ ພັນຕີ ຄຳປານ ໄຊຍະວົງ ເປັນ ຮອງຫົວໜ້າການທະຫານ, ສະ ຫາຍ ພັນຕີ ບຸນທົມ ໄຊຍະຫານ ເປັນກຳມະການກວດກາຄະນະ ພັກຮາກຖານ ພ້ອມທັງ ເປັນຮອງ ຫົວໜ້າການເມືອງ, ສະຫາຍ ພັນໂທ ພິໄຊ ໄຊຍະເກສອນ ເປັນ ຜູ້ຮັບຜິດຊອບວຽກງານພະລາ ທິການ, ສະຫາຍ ພັນຕີ ເວີນໄຊ ນໍລະດີ ເປັນກຳມະການຄະນະ ພັກຮາກຖານ ພ້ອມທັງຮັບຜິດ ຊອບວຽກງານເຕັກນິກ. ພ້ອມ ດຽວກັນນັ້ນ, ຍັງໄດ້ປະກາດ ການບົ່ງຕົວແຕ່ງຕັ້ງຄະນະໜ່ວຍ ພັກທີ່ຂຶ້ນກັບຄະນະພັກຮາກຖານ ກອງພັນທີ 8 ແລະ ແຕ່ງຕັ້ງ ຄະນະທັງ 3 ກອງຮ້ອຍຕື່ມອີກ. ໂດຍ: ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ