ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພົນຕີ ຄຳລຽງ ອຸທະໄກສອນ ໂອ້ລົມພະນັກງານຫຼັກແຫຼ່ງກອງພັນ 579
ເວລາອອກຂ່າວ: 2022-06-30 08:37:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ວັນທີ 29 ມິຖຸນາ 2022 ນີ້, ສະຫາຍ ພົນຕີ ຄຳລຽງ ອຸ ທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ ເຄື່ອນໄຫວພົບປະໂອ້ລົມ ພະນັກງານຫຼັກແຫຼ່ງຢູ່ກອງພັນ 579, ໂດຍການຕ້ອນຮັບຂອງ ຄະນະພັກ-ຄະນະບັນຊາ ແລະ ພະ ນັກງານຫຼັກແຫຼ່ງ. ສະຫາຍ ພັນໂທ ຄຳຟອງ ເກິ່ງ ທອນສິມ ຫົວໜ້າການທະຫານ ກອງພັນ 579 ໄດ້ລາຍງານວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ທົ່ວກົມກອງໄດ້ສຸມໃສ່ວຽກງານ ປກຊ-ປກສ ຕາມພາລະບົດບາດ ແລະ ໜ້າທີ່ການເມືຶອງຂອງຕົນ ເຊິ່ງມັນໄດ້ສະແດງອອກເຖິງ ຄວາມຮັບຜິດຊອບຂອງພະນັກ ງານ-ນັກຮົບ ມີສະຕິລະວັງ ຕົວເປັນເຈົ້າການໃນການເຄື່ອນ ໄຫວຫັນລົງຮາກຖານບ້ານສົມທົບກັບກຸ່ມບ້ານສ່ອງແສງ ລາຍງານສະພາບການເຊິ່ງກັນ ແລະ ກັນຮັບຮູ້ ແລະ ຫາວິທີການ ແກ້ໄຂ, ດ້ານວຽກງານການກຽມ ພ້ອມສູ້ຮົບກໍແມ່ນໜ້າທີ່ຂອງ ໝົດທຸກຄົນທຸກກົມກອງເຫຼົ່າຮົບ ແຕ່ອີງໃສ່ພາລະບົດບາດໜ້າທີ່ ການເມືອງຂອງກົມກອງແລ້ວ ກອງພັນ579ພວກເຮົາໄດ້ເອົາໃຈໃສ່ເປັນເສນາທິການໃນການຈັດຕັ້ງ ກຳລັງກຽມພ້ອມສູ້ຮົບໃຫ້ກົມ ຊ່າງແສງ ເຊິ່ງພວກເຮົາໄດ້ເຄື່ອນ ໄຫວຕາມແຜນການກຽມພ້ອມ ສູ້ຮົບປະຈຳປີແຜນການປ້ອງກັນ ທີ່ຕັ້ງ ແລະ ແຜນການປ້ອງກັນ ແລະ ຄວບຄຸມໄພພິບັດຂອງກົມ ກອງທີ່ໄດ້ຜ່ານອະນຸມັດຈາກຂັ້ນ ເທິງເຊິ່ງໃນໄລຍະຜ່ານມາກົມ ກອງພວກເຮົາໄດ້ຈັດຕັ້ງກໍາລັງ ເຂົ້າຮ່ວມໂຄງການ 01728 ຈໍາ ນວນ 60 ສະຫາຍ, ເຂົ້າຮ່ວມ ກວດກູ້ລະເບີດໂຄງການ 01728 ຈຳນວນ 6 ສະຫາຍ, ຈັດຕັ້ງກຳ ລັງເຂົ້າກວດກູ້ທາດແຕກຮັບໃຊ້ ກອງປະຊຸມພາຍໃນ ແລະ ຕ່າງ ປະເທດ ແລະ ບັນດາວັນບຸນປະ ຫວັດສາດສຳຄັນຕ່າງໆຂອງ ຊາດ, ຈັດຕັ້ງກຳລັງອອກສາລະເວ ຂອບເຂດຮັບຜິດຊອບ ແລະ ປ້ອງ ກັນກອງປະຊຸມຂັ້ນບ້ານຕາມ ການສະເໜີຂອງບ້ານ, ຈັດຕັ້ງກຳ ລັງເຂົ້າປະຈຳການຕາມພາວະ ກຽມພ້ອມສູ້ຮົບຈາກພາວະປົກ ກະຕິຂຶ້ນສູ່ພາວະເພີ່ມທະວີ, ດ້ານວຽກງານກວດກູ້ ແລະ ປ້ອງ ກັນຄອບຄຸມໄພພິບັດແຕ່ຕົ້ນ ປີ2017-2019 ກົມກອງພວກ ເຮົາໄດ້ສຳເລັດການກວດກູ້ລະ ເບີດໂຄງການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ ຈັດຕັ້ງກຳລັງ ເຂົ້າກວດກູ້ຢູ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງ ສຳເລັດຕາມ ແຜນການຈັດຕັ້ງກຳລັງເຂົ້າກອບ ກູ້ໄພພິບັດຈາກເຫດການເຮືອນັກ ທ່ອງທ່ຽວຫຼົ່ມ, ສົ່ງນັກດໍານໍາໄປ ເຝິກອົບຮົມຢູ່ ເຂື່ອນນໍ້າງື່ມ1 ຈຳ ນວນ 12 ສະຫາຍ, ດ້ານວຽກ ງານອົບຮົມ-ຫັດແອບ ຜ່ານມາ ກົມກອງພວກເຮົາໄດ້ຈັດຕັ້ງອົບ ຮົມ-ຫັດແອບປະຈຳປີເຊິ່ງມີຜົນ ສຳເລັດຕາມລະດັບຄາດໝາຍ ທີ່ວາງໄວ້, ກົມກອງໄດ້ສ້າງແຜນ ການເຝິກອົບຮົມທະຫານໃໝ່ໄດ້ 16 ສະຫາຍ. ປັດຈຸບັນຍັງສືບຕໍ່ ສຶກສາອົບຮົມຕາມແຜນການພັນ ທະປ້ອງກັນຊາດ ປີ 2021 ກົມ ກອງພວກເຮົາໄດ້ຈັດຕັ້ງກຳລັງ ເຂົ້າຮ່ວມການແຂ່ງຂັນກີລາການ ທະຫານຢູ່ ສສ ຫວຽດນາມ ແລະ ສ. ຣັດເຊຍ, ວຽກງານປັບປຸງກໍ່ ສ້າງໃນໄລຍະ ປີ 2017 ກົມກອງ ພວກເຮົາໄດ້ຮັບທຶນກໍ່ສ້າງເຮືອນ ນອນ 2 ຫຼັງ ແລະ ສະໂມສອນ 1 ຫຼັງ ຈາກຂັ້ນເທິງແຕ່ຍັງບໍ່ ໄດ້ສຳເລັດ, ແຕ່ຢ່າງໃດກໍຕາມ ຄະນະພັກ-ຄະນະບັນຊາກົມກອງ ພວກເຮົາຈະໄດ້ສືບຕໍ່ເຮັດໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ