ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງບໍລິຄຳໄຊ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-02-01 08:28:35 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ພິທີໂຮມຊຸມນຸມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີ, ຢູ່ແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ໃນວັນທີ 28 ມັງກອນ 2019 ນີ້, ຢູ່ທີ່ເດີ່ນກີລາຄົບວົງຈອນຂອງ ແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆບໍລິຄຳໄຊ, ມີທ່ານພົນຈັດຕະວາ ວົງສັກ ພັນທະວົງ ຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວຫນ້າ ກົມໃຫຍ່ພະລາທິການກອງທັບ, ຕາງໜ້າຄະນະນຳກະຊວງປ້ອງ ກັນປະເທດ, ມີບັນດາການນໍາພັກ- ລັດ, ມີຄະນະນຳກະຊວງປ້ອງກັນ ປະເທດ, ກົງສູນ ສສ ຫວຽດນາມ ປະຈໍາລາວ ກອງບັນຊາການທະ ຫານເຂດ 4, ກອງບັນຊາການທະຫານແຂວງຮ່າຕິງ, ສສ ຫວຽດນາມ, ຄະນະພັກ-ຄະນະ ບັນຊາກອງບັນຊາການ ປກຊ-ປກສ ພະແນກການອ້ອມຂ້າງ ແຂວງ, ພະນັກ ງານປະຕິວັດອາວຸ ໂສ, ພະນັກງານ-ນັກຮົບ, ນັກ ຮຽນ-ນັກສຶກສາຕະຫຼອດຮອດ ມວນຊົນຊາວ ແຂວງບໍລິຄໍາໄຊ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນໂອກາດສະເຫຼີມສະຫຼອງ ວັນສຳຄັນດັ່ງກ່າວທ່ານ ປອ ກອງ ແກ້ວ ໄຊສົງຄາມ ກໍາມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງໆບໍລິຄໍາໄຊໄດ້ຂຶ້ນກ່າວ ປາໄສຕໍ່ພິທີວ່າ:ກ່ອນໜ້ານີ້70 ປີ ວັນທີ20 ມັງກອນ 1949 ຢູ່ ຕາແສງລາວຮຸ່ງ-ພຽງສາ, ເມືອງ ຊຽງຄໍ້ ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ໄດ້ປະກາດສ້າງຕັ້ງກອງທັບລາວ ອິດສະຫຼະ ເຊິ່ງເປັນຕົ້ນກໍາເນີດ ຂອງກອງທັບປະຊາຊົນລາວໃນປັດຈຸບັນຂຶ້ນຢ່າງເປັນທາງການ, ໃນທ່າມກາງຂະບວນການຕໍ່ສູ້ ຂອງປະຊາຊົນບັນດາເຜົ່າຕ້ານ ຈັກກະພັດຜູ້ຮຸກຮານ ແລະ ລູກມື ຂາຍຊາດທີ່ພວມຟົດເດືອດຢູ່ທຸກ ທ້ອງຖິ່ນທົ່ວປະເທດ, ການກຳ ເນີດຂອງກອງທັບລາວອິດສະ ຫຼະແມ່ນມີຄວາມໝາຍສຳຄັນ ທາງດ້ານການເມືອງອັນໃຫຍ່ ຫຼວງໃນປະຫວັດສາດຂອງ ຊາດລາວ. ນັບແຕ່ມື້ສ້າງຕັ້ງກຳ ລັງປະກອບອາວຸດພວກເຮົາໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວສູ້ ຮົບຢ່າງພິລາດອາດຫານ, ອອກ ແຮງປັບປຸງກໍ່ສ້າງກຳລັງຂອງ ຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລຳດັບມາ.ໃນໄລຍະຕໍ່ສູ້ປົດປ່ອຍຊາດກອງ ທັບເຮົາໄດ້ປະເຊີນໜ້າກັບສັດ ຕູຜູ້ຮຸກຮານທີ່ເຂັ້ມແຂງ ແລະ ຮ້າຍກາດ,ແຕ່ກອງທັບເຮົາກໍ ເດັດດ່ຽວອາດຫານສູ້ຮົບ, ຍິ່ງຕີ ກໍຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍ ຍິ່ງເຕີບໃຫຍ່ເຂັ້ມແຂງຈົນສາ ມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ປະກາດສ້າງ ຕັ້ງເປັນສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວຂຶ້ນຢ່າງສະ ຫງ່າຜ່າເຜີຍເມື່ອວັນທີ 2 ທັນວາ ປີ 1975. ຕະຫຼອດໄລຍະ 70 ປີແຫ່ງການຕໍ່ສູ້ພາຍໃຕ້ການນຳ ພາຂອງພັກ, ບັນດາກຳລັງປະ ກອບອາວຸດປະຊາຊົນລາວ ໄດ້ ເຮັດສໍາເລັດພາລະກິດປະຕິວັດ ອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ ພັກມອບໝາຍໃຫ້ຢ່າງສະຫງ່າ ງາມ, ສ້າງຜົນງານອັນດີເດັ່ນ, ວີລະກຳອັນລໍ້າເລີດປະດັບໄວ້ ໃນໜ້າປະຫວັດສາດຂອງຊາດ ຢ່າງສົມກຽດ, ສ້າງມູນເຊື້ອອັນ ດີງາມຫຼາຍປະການໄວ້ໃຫ້ແກ່ ກຳລັງປະກອບອາວຸດປະຕິວັດ. ສົມແລ້ວທີ່ເປັນກອງທັບວີລະຊົນ ຂອງຊາດ ລາວວີລະຊົນ ເຊິ່ງໄດ້ ຮັບຄຳສັນລະເສີນຈາກພັກວ່າ: ຍາມໃດກອງທັບກໍນຳໜ້າໃນທຸກ ວຽກງານ, ເດັດດ່ຽວຜ່ານຜ່າອຸປະ ສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳ ລັງແກ່ນສານທີ່ເຂັ້ມແຂງຂອງ ການປະຕິວັດ, ເປັນເຄື່ອງມືອັນ ແຫຼມຄົມຂອງພັກ. ພາຍຫລັງການປາໄສສຳເລັດລົງກໍໄດ້ຊົມການສະແດງ ສວນສະໜາມຂອງກ້ອນກຳລັງ ຂອງແຕ່ລະກອງ ແລະ ຊົມການ ສະແດງສິລະປະຮ້ອງເພງ ແລະ ບົດຟ້ອນຕ່າງໆ ພ້ອມດ້ວຍຊົມການສະແດງກາຍະກໍາການຫັດກາຍມີປືນ 1 ບົດ 24 ຈັ່ງຫວະ ແລະ ແທງກະບີ່ 28 ຈັ່ງວະ, ຫັດກາຍມືເປົ່າ 2 ບົດ 24 ຈັ່ງຫວະ ແລະ ມວຍເຫຼົ່າຮົບຕີພິເສດ 303, ນອກນັ້ນ ໃນງານຍັງມີພິທີວາງສະ ແດງມູນເຊື້ອການຕໍ່ສູ້ຂອງພະ ນັກງານນັກຮົບຮຸ່ນກ່ອນ ແລະ ຈັດງານຕະຫຼາດນັດເພື່ອໃຫ້ມີບັນ ຍາກາດເບີກບານມ່ວນຊືນເພື່ອ ຊົມເຊີຍຜົນສໍາເລັດໃນງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີຢ່າງມີເນື້ອໃນ ແລະ ຄວາມ ໝາຍເລິກເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ