ແຂວງເຊກອງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-01 10:13:59 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349220340 | ຄວາມນິຍົມ: ![]()
ແຂວງເຊກອງ ຈັດພິທີໂຮມ ຊຸມນຸມໃຫຍ່ສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນ ລາວ ຄົບຮອບ 70 ປີ (20/1/ 1949-20/1/2019) ເພື່ອ ເປັນການຫວນຄືນມູນເຊື້ອ ແລະ
ຜົນງານອັນໃຫຍ່ຫລວງຂອງ ກໍາລັງປະກອບອາວຸດຂຶ້ນໃນ ວັນທີ 25 ມັງກອນ 2019 ທີ່
ສະຫນາມຫລວງແຂວງເຊກອງ
ໂດຍການເຂົ້າຮ່ວມຂອງ ທ່ານ
ຄຳເຜີຍ ບຸດດາວຽງ ກຳມະການ
ສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງໆເຊກອງ, ທ່ານພົນ
ຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງ
ປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງເຊ ກອງ, ອະດີດການນຳແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ, ພະນັກ ງານປະຕິວັດອາວຸໂສບຳນານ, ພະນັກງານ-ນັກຮົບ ຕະຫລອດເຖິງກ້ອນກຳລັງເຂົ້າຮ່ວມຢ່າງ ພ້ອມພຽງ.
ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງຂຶ້ນກ່າວປາໃສໃນງານສະເຫລີມສະຫລອງ ວັນສ້າງຕັ້ງກອງທັບ ຄົບຮອບ70 ວ່າ: ການສ້າງຕັ້ງກອງທັບປະຊາ ຊົນລາວ ວັນທີ 20 ມັງກອນ 1949 ແມ່ນມີຄວາມໝາຍສຳຄັນທີ່ສຸດ ມັນແມ່ນເຫດການປະຫວັດສາດ ໜຶ່ງທີ່ສຳຄັນ, ແມ່ນບາດກ້າວ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດກຳລັງປະກອບ ອາວຸດ, ແມ່ນກອງທັບປະຕິວັດ ຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນກຳລັງຫລັກແຫລ່ງໃຫ້ ແກ່ຂະບວນການຕໍ່ສູ້ຂອງປະຊາ ຊົນລາວບັນດາເຜົ່າເພື່ອຄວາມ ເປັນເອກະລາດແຫ່ງຊາດ. ພໍແຕ່ ສ້າງຂຶ້ນ, ກອງທັບ ປະຊາຊົນລາວ ກໍໄດ້ຜະເຊີນຫນ້າໂດຍກົງກັບສັດ ຕູທີ່ມີກຳລັງແຮງເໜືອກວ່າຫຼາຍ ເທົ່າ, ນັບທັງອາວຸດຍຸດໂທປະ ກອນແຕ່ດ້ວຍການເສີມຂະຫຍາຍ ນ້ຳໃຈຮັກຊາດ,ມູນເຊື້ອຕໍ່ສູ້ບໍ່ ຍອມຈຳນົນ, ພວກເຮົາໄດ້ສຸມ ໃສ່ປັບປຸງ-ກໍ່ສ້າງກຳລັງ, ຮໍ່າ ຮຽນການທະຫານ-ການເມືອງ, ປັບປຸງກຳລັງຫຼວງ, ກໍ່ສ້າງກຳ
ລັງທ້ອງຖິ່ນ ແລະ ຂະຫຍາຍ ກຳລັງກອງຫລອນເພື່ອຕ້ານ ການກວດລ້າງຂອງພວກສັດຕູ ສັງລວມແລ້ວຕະຫລອດໄລຍະ ແຫ່ງການກຳເນີດສູ້ຮົບມີໄຊ ແລະ
ເຕີບໃຫຍ່ເຂັ້ມແຂງຂອງກອງ
ທັບປະຊາຊົນລາວ ໄລຍະ 70 ປີ ຜ່ານມາ,ກອງທັບປະຊາຊົນລາວ ໄດ້ເຮັດສຳເລັດພາລະກຳປະ ຫວັດສາດ ທີ່ພັກ-ລັດ ມອບໝາຍ ໃຫ້,ຕີເອົາຊະນະກັບພວກຈັກກະ ພັດຜູ້ຮຸກຮານທັງແບບໃໝ່ ແລະ
ແບບເກົ່າ, ປົກປັກຮັກສາໝາກ ຜົນຂອງການປະຕິບັດ, ອຳນາດ ອະທິປະໄຕ,ຜືນແຜ່ນດິນອັນຄົບ ຖ້ວນຂອງປະເທດຊາດໄວ້ໃຫ້ ໝັ້ນຄົງຕະຫລອດມາ. ໃນບົດປາ ໄສຂອງທ່ານເຈົ້າແຂວງໆເຊ ກອງກ່າວຢ້ຳວ່າ: ເພື່ອສືບຕໍ່ມູນ ເຊື້ອອັນພິລະອາດຫານຂອງຄົນ ລາວໃຕ້ ໃນການປະຕິບັດ 2 ໜ້າທີ່ ຍຸດທະສາດ ນັບແຕ່ປີ 1984 ມາຮອດປັດຈຸບັນ ຄົບຮອບ 35 ປີແຫ່ງການສ້າງຕັ້ງກອງບັນຊາ ການທະຫານແຂວງເຊກອງໄດ້ ມີການປັບປຸງ, ປ່ຽນແປງໃຫມ່ໃນ ຫຼາຍດ້ານ, ນັບທັງດ້ານປະລິມານ ແລະ ຄຸນະພາບ ຮັບປະກັນໃນທົ່ວແຂວງເຊກອງມີສະຖຽນລະ
ພາບທາງດ້ານການເມືອງ, ມີ
ຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍໃນທົ່ວສັງຄົມ ພວກເຮົາໄດ້ສຸມໃສ່ ແກ້ໄຂບັນດາ ໜໍ່ແໜງທີ່ກໍ່ຄວາມບໍ່ສະຫງົບ, ກໍ່ ສ້າງກຳລັງທ້ອງຖິ່ນໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ,ຄຸນສົມບັດສິນທຳປະຕິວັດ, ມີລະ ບຽບວິໄນເຂັ້ມງວດ, ໄດ້ເອົາໃຈໃສ່ວຽກງານເຝິກແອບຮໍ່າຮຽນ,
ຍົກລະດັບທາງດ້ານສິນລະປະ ຍຸດ-ຍຸດທະວິທີໃຫ້ມີຄວາມຊຳ ນິຊຳນານຢູ່ເລື້ອຍໆ, ກໍ່ສ້າງກົມ ກອງໜ່ວຍພັກໃຫ້ມີຄວາມປອດ ໃສ, ເຂັ້ມແຂງ, ໜັກແໜ້ນບົນ ຈິດໃຈສືບຕໍ່ບຸກທະລຸທາງດ້ານ ຈິດຕະນາການ, ປະຕິບັດຕາມ ແນວທາງການທະຫານຂອງ ພັກໃຫ້ຖືກຕ້ອງ ແລະ ເຮັດສຳ ເລັດໜ້າທີ່ຕາມທິດລວມທີ່ຂັ້ນ ເທິງໄດ້ກຳນົດໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















