ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-04 09:19:24 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1847 | ຄວາມນິຍົມ:



ກ່ອນຫນ້ານີ້ 70 ປີ, ຄືວັນທີ 20 ມັງກອນ 1949 ກອງທັບ ລາວອິດສະຫລະໄດ້ຮັບການສ້າງ ຕັ້ງຂຶ້ນ ພາຍໃຕ້ສະພາບການທີ່ ຜະເຊີນຫນ້າໂດຍກົງກັບສັດຕູທີ່ ມີກຳລັງແຮງເໜືອກວ່າຕັ້ງຫລາຍ ເທົ່າທາງດ້ານເສດຖະກິດ, ດ້ານ ກຳລັງພົນ ແລະ ອາວຸດຍຸດໂທ ປະກອນ ແຕ່ດ້ວຍນຳ້ໃຈຮັກຊາດ ອັນດູດດື່ມ ແລະ ບໍ່ຍອມຈຳນົນ ຕໍ່ສັດຕູກອງທັບເຮົາໄດ້ສ້າງວີລະ ກຳອັນລຳ້ເລີດ ໂດຍຜ່ານການເຝິກ ຝົນທົດສອບໃນແປວໄຟແຫ່ງ ການຕໍ່ສູ້ກູ້ຊາດໃນເງື່ອນໄຂທີ່ ຫຍຸ້ງຍາກລຳບາກທີ່ສຸດນັ້ນ ກອງ ທັບເຮົາໄດ້ພ້ອມກັບປະຊາຊົນ ລາວໄດ້ສູ້ຮົບຢ່າງເດັດດ່ຽວອາດ ຫານຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມ ແຂງ, ຍິ່ງຕີກໍຍິ່ງອົງອາດກ້າແກ່ນ ແລະ ຍາດໄດ້ໄຊຊະນະອັນໃຫຍ່ ຫລວງຂຶ້ນເລື້ອຍໆ. ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສ, ເດັດຂາດໂດຍກົງຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ, ກອງທັບເຮົາໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນໄຊຊະນະ ລວມຂອງພາລະກິດຕໍ່ສູ້ ເພື່ອ ຄວາມເປັນເອກະລາດແຫ່ງຊາດ, ເພື່ອອິດສະຫລະພາບ, ຄວາມຢູ່ ເຢັນເປັນສຸກຂອງປະຊາຊົນລາວ ບັນດາເຜົ່າ ແລະ ເຮັດສຳເລັດ ພາລະກຳປະຫວັດສາດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ນີ້ແມ່ນເນື້ອໃນບາງຕອນໃນ ການກ່າວປາໄສໃນງານສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ຂອງສະຫາຍພົນ ຕີ ຄຳຫລ້າ ພັນໄຊຍະສຸກ ຫົວໜ້າ ການເມືອງວິທະຍາຄານປ້ອງກັນ ຊາດໄກສອນ ພົມວິຫານ ທີ່ໄດ້ຈັດ ຂຶ້ນທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃນຕອນເຊົ້າ ຂອງວັນທີ 30 ມັງກອນ 2019 ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ກຳມະການສູນ ກາງພັກ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກີລາ ພ້ອມດ້ວຍ ການນຳພັກ-ລັດ, ພະນັກງານປະ ຕິວັດອາວຸໂສ, ຄະນະພັກ-ຄະນະ ອຳນວຍການ, ພະນັກງານຄູອາ ຈານ ແລະ ນັກສຶກສາເຂົ້າຮ່ວມ ຢ່າງຫລວງຫລາຍ ແລະ ຄຶກຄື້ນ. ນອກຈາກກ່າວເຖິງປະຫວັດ ມູນເຊື້ອກອງທັບແລ້ວ, ສະຫາຍ ຫົວຫນ້າການເມືອງ ວປກ ຍັງໄດ້ ເລົ່າຄືນປະຫວັດມູນເຊື້ອວິທະຍາ ຄານປ້ອງກັນຊາດໄກສອນ ພົມ ວິຫານ ເຊິ່ງແມ່ນກົມກອງຫນຶ່ງ ທີ່ຂຶ້ນກັບກອງທັບປະຊາຊົນລາວ ໂດຍແມ່ນຄະນະພັກກະຊວງປ້ອງ ກັນປະເທດເປັນຜູ້ຊີ້ນຳໂດຍກົງ ໂດຍກຳເນີດມາຈາກໂຮງຮຽນ ກົມມະດຳ, ໂຮງຮຽນແຫ່ງທຳອິດ ຂອງກອງທັບປະຊາຊົນລາວ ຖືກ ສ້າງຕັ້ງຂຶ້ນໃນວັນທີ 18 ມິຖຸນາ 1955 ທີ່ບ້ານກາງໂມງ, ເມືອງ ໂສຍ ແຂວງຫົວພັນ ໂດຍແມ່ນປະ ທານໄກສອນ ພົມວິຫານ ເປັນຜູ້ ປະກາດສ້າງຕັ້ງຕະຫລອດໄລຍະ ເວລາອັນຍາວນານລະອິດລະ ອ້ຽວ, ຂ້ຽວຂາດນີ້ວິທະຍາຄານ ປ້ອງກັນຊາດໄກສອນ ພົມວິຫານ ແມ່ນໄດ້ເຮັດຫລ້ອນຫນ້າທີ່ຂອງ ຕົນທີ່ພັກ-ລັດມອບໝາຍໃຫ້ຢ່າງ ຈົບງາມ ໃນການກໍ່ສ້າງບຸຄະລາ ກອນໃຫ້ແກ່ປະເທດຊາດຢ່າງ ຫລວງຫລາຍກໍ່ສ້າງຍົກລະດັບ ຂຶ້ນເປັນສະຖາບັນການສຶກສາຂັ້ນ ສູງສຸດຂອງກອງທັບປະຊາຊົນ ລາວກາຍເປັນສູນກາງສຶກສາ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃຫ້ແກ່ການນຳ ຂັ້ນສູງຂອງພັກ-ລັດ, ກໍ່ສ້າງນາຍ ທະຫານບັນຊາ, ນາຍທະຫານນຳ ພາຂັ້ນກາງ-ຂັ້ນສູງຂອງກອງທັບ ເຮົາ. ຄິດໄລ່ມາຮອດປັດຈຸບັນນີ້ ໄດ້ມີພະນັກງານນາຍທະຫານທີ່ ຮຽນຈົບອອກໄປແລ້ວແມ່ນປະ ມານ 8 ພັນກວ່າຄົນ, ນອກນັ້ນຍັງ ມີການນຳຂັ້ນສູງພັກ-ລັດ 450 ສະຫາຍ. ເພື່ອເປັນການຫວນຄືນມູນເຊື້ອ ອັນສະຫງ່າງາມ ແລະ ຊົມເຊີຍ ຜົນສຳເລັດຫນ້າທີ່ການເມືອງ ຂອງ ວປກ ດັ່ງກ່າວໃຫ້ມີຄວາມ ໝາຍເລິກເຊິ່ງ, ວິທະຍາຄານຈຶ່ງ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ ວັນສ້າງຕັ້ງກອງທັບຄົບຮອບ 70 ປີ ແລະ ຫວນຄືນມູນເຊື້ອວິທະຍາ ຄານປ້ອງກັນຊາດ ໄກສອນ ພົມ ວິຫານ ຢ່າງຄຶກຄື້ນ ແລະ ມີ ຄວາມໝາຍອັນເລິກເຊິ່ງ. ໃນ ຕອນຄໍ່າວັນດຽວກັນນີ້ໄດ້ມີ ການຈັດງານລ້ຽງ ແລະ ການສະ ແດງສິລະປະວັນນະຄະດີ ເພື່ອ ສ້າງບັນຍາກາດເບີກບານມ່ວນ ຊື່ນອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ