ເຈົ້າແຂວງໆໄຊສົມບູນ ລົງພົບປະໂອ້ລົມພະນັກງານບຳນານ
ເວລາອອກຂ່າວ: 2019-02-04 09:20:57 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2068 | ຄວາມນິຍົມ: ![]()
ໃນວັນທີ 28 ມັງກອນ 2019 ຜ່ານມານີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ ໄດ້ພົບ ປະໂອ້ລົມພະນັກງານບໍານານ ຢູ່ສະໂມສອນກອງບັນຊາການ ທະຫານແຂວງໄຊສົມບູນ, ມີ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງໄຊ ສົມບູນເຂົ້າຮ່ວມ.
ການລົງພົບປະໂອ້ລົມໃນຄັ້ງນີ້ ກໍເພື່ອສະເໜີແນວທາງພັດທະ ນາແຂວງໄຊສົມບູນ ແລະ ແກ້
ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ນອກນັ້ນ ທ່ານຍັງໄດ້ຊີ້ນຳຂົງ ເຂດການສົ່ງເສີມ ແລະ ທາງ ເລືອກທີ່ດີໃນການພັດທະນາເພື່ອ ແນໃສ່ການແກ້ໄຂອຸປະສັກ, ແກ້
ໄຂຄວາມເຂົ້າໃຈກ່ຽວກັບການ ເປີດກວ້າງໃຫ້ນັກລົງທຶນເຂົ້າມາ
ລົງທຶນໃນແຂວງໄຊສົມບູນ, ເປັນ
ຕົ້ນການປັບປຸງເສັ້ນທາງ, ສະ
ຖານທີ່ແຫຼ່ງທ່ອງທ່ຽວ, ການປູກ
ຝັງ-ລ້ຽງສັດທີ່ສໍາຄັນແມ່ນຕ້ອງ
ໄດ້ເນັ້ນໜັກການພົວພັນເສດຖະ
ກິດລະຫວ່າງທ້ອງຖິ່ນ, ທັງ
ພາຍໃນປະເທດ ແລະ ຕ່າງປະ ເທດເພື່ອເປັນການຊຸກຍູ້ສົ່ງ
ເສີມການຜະລິດທີ່ຕິດພັນກັບຕະ
ຫລາດ ແລະ ຮຽກຮ້ອງໃຫ້ປ້າ, ລຸງພະນັກງານອາວຸໂສບໍານານ
ຈົ່ງສືບຕໍ່ເປັນຫຼັກແຫຼ່ງໃນການ ສຶກສາອົບຮົມການເມືອງ, ແນວ
ຄິດໃຫ້ລູກຫລານ, ໃນໂອກາດນີ້,ສະຫາຍ ພົນຕີ ຄໍາລຽງ ອຸທະໄກ
ສອນ ກໍໄດ້ອວຍພອນໄຊໃຫ້ປ້າ, ລຸງ ພະ ນັກງານບຳນານຈົ່ງມີສຸຂະ ພາບເຂັ້ມແຂງ ມີຄວາມສຸກໃນຊີ ວິດສ່ວນຕົວ ແລະ ຄອບຄົວ.
ໂດຍ: ມະລິ ສຸພັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















