ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ສະຫຼຸບຖອດຖອນບົດຮຽນວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ 5 ແຂວງ ເຂດໃຈກາງ
ເວລາອອກຂ່າວ: 2022-07-21 08:20:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 779 | ຄວາມນິຍົມ:



ວັນທີ 19 ກໍລະກົດ 2022 ນີ້, ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ເປັນເຈົ້າ ພາບຈັດກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານເຮັດ ໃຫ້ສະພາບມີຄວາມສະຫງົບ 5 ແຂວງເຂດໃຈກາງປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງ ແຜນການ 6 ທ້າຍປີ 2022, ໂດຍການເປັນປະທານຂອງ ສະ ຫາຍ ພອຍຄໍາ ຮຸ່ງບຸນຍວງ ປະ ທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ ເຈົ້າແຂວງ ແຂວງໄຊສົມບູນ, ມີບັນດາກົມທີ່ກຽ່ວຂ້ອງຈາກກະຊວງປ້ອງກັນປະເທດ, ຄະນະຊີ້ນໍາວຽກງານ ປກຊ-ປກສ ຂັ້ນແຂວງ ຈາກ 5 ແຂວງ ເຂດໃຈກາງຄື: ແຂວງ ໄຊສົມບູນ, ຫຼວງພະບາງ, ຊຽງ ຂວາງ, ບໍລິຄໍາໄຊ, ແຂວງວຽງ ຈັນ ແລະ ກອງພົນທີ 1 ເຂົ້າຮ່ວມ. ສະຫາຍ ພັນໂທ ປິ່ນແກ້ວ ປະອິນພອນ ຫົວໜ້າສູນບັນຊາ ໄດ້ຜ່ານບົດສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານເຮັດໃຫ້ ສະພາບມີຄວາມສະຫງົບ 5 ແຂວງ ເຂດໃຈກາງ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ເຊິ່ງໄດ້ຍົກ ໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການນໍາພາ-ຊີ້ນໍາຂອງຄະນະ ກໍາມະການ ປກຊ-ປກສ ແຕ່ລະ ຂັ້ນ, ກໍາລັງ ປກຊ-ປກສ ແຕ່ລະ ແຂວງ ໄດ້ເປັນເຈົ້າການເຄື່ອນ ໄຫວຈັດຕັ້ງປະຕິບັດໜ້າທີ່ຢ່າງ ມີຈຸດສຸມ, ສະກັດກັນແກ້ໄຂໜໍ່ ແໜງທີ່ຈະພາໃຫ້ເກີດມີສະພາບຄວາມບໍ່ສະຫງົບຢ່າງທັນເວລາ, ສົມທົບກັບການຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດ ພັນກັບການພັດທະນາເສດຖະກິດ ຂອງແຕ່ລະກົມກອງຢ່າງຕັ້ງໜ້າ ເຮັດໃຫ້ສະພາບໂດຍລວມຢູ່ເຂດ ໃຈກາງມີຄວາມສະຫງົບໂດຍພື້ນ ຖານ, ພ້ອມນີ້ຍັງໄດ້ນໍາເອົາແນວ ທາງນະໂຍບາຍຂອງພັກ, ມະຕິ ຄໍາສັ່ງ, ກົດໝາຍຂອງລັດຫັນ ເປັນ ແຜນການລະອຽດລົງໂຄສະ ນາເຜີຍແຜ່ໃຫ້ອໍາການປົກຄອງ ແລະ ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມ ໂດຍສະເພາະແມ່ນແນວທາງ ປກຊ-ປກສ ທົ່ວປວງຊົນຮອບ ດ້ານທີ່ພັກວາງອອກ, ເຮັດໃຫ້ເຂົາ ເຈົ້າມີຄວາມສາມັກຄີປອງດອງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນວຽກງານ ປກຊ-ປກສ, ການ ພັດທະນາທ້ອງຖິ່ນ ແລະ ພັດ ທະນາຊີວິດການເປັນຢູ່ດີຂຶ້ນ. ນອກນີ້ ຍັງໄດ້ເອົາໃຈໃສ່ເພີ່ມທະ ວີຄວາມຮັບຜິດຊອບຄຸ້ມຄອງປະ ຊາຊົນທີ່ຍ້າຍຖິ່ນຖານແບບຊະ ຊາຍໃຫ້ເຂົ້າສູ່ລະບົບການຄຸ້ມ ຄອງດ້ວຍກົດໝາຍ, ປັບປຸງອົງ ການປົກຄອງທ້ອງຖິ່ນ, ກອງ ຫຼອນໃຫ້ເຂັ້ມແຂງໜັກແໜ້ນ ສາມາດນໍາພາປະຊາຊົນພັດທະ ນາ ທ້ອງຖິ່ນຂອງຕົນໃຫ້ຈະເລີນ ກ້າວໜ້າ ແລະ ມີຄວາມສະຫງົບ. ໃນກອງປະຊຸມ ຜູ້ແທນຍັງໄດ້ຜັດ ປ່ຽນກັນປະກອບຄໍາຄິດຄໍາເຫັນ ປຶກສາຫາລືບັນຫາຕ່າງໆທີ່ເກີດ ຂຶ້ນໃນໄລຍະຜ່ານມາຢູ່ບັນດາ ແຂວງ, ຍົກໃຫ້ເຫັນສະພາບລວມ, ຜົນງານ ແລະ ຂໍ້ຫຍຸ້ງຍາກຕ່າງໆໂດຍສະເພາະບັນຫາທີ່ຍັງຄົງ ຄ້າງເພື່ອສືບຕໍ່ປັບປຸງແກ້ໄຂໃຫ້ ດີຂຶ້ນ. ໂອກາດດັ່ງກ່າວ ສະຫາຍ ພອຍ ຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນໂອ້ ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາ ທີ່ສໍາຄັນຕໍ່ຄະນະພັກ-ຄະນະບັນ ຊາບັນດາກົມກອງໃຫ້ເພີ່ມທະວີຄວາມເປັນເຈົ້າການນໍາພາ-ຊີ້ນໍາ ຂົງເຂດວຽກງານດັ່ງກ່າວໃຫ້ ແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາ ກໍາລັງກໍ່ສ້າງຮາຖານການເມືອງ ໃຫ້ເຄື່ອນໄຫວຕາມພາລະບົດ ບາດຂອງຕົນ, ຕິດຕາມ, ກວດກາ ສຶກສາອົບຮົມເປົ້າໝາຍ ແລະ ມີມາດຕະການຕໍ່ຜູ້ກະທໍາຜິດຢ່າງ ເດັດຂາດ, ພະນັກງານແຕ່ລະຂັ້ນ ຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ ການເມືອງຂອງຕົນ, ມີຄວາມ ເປັນເອກະພາບກັບແຜນການ ພ້ອມທັງຫັນເອົາແຜນການດັ່ງ ກ່າວມາຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ, ມີຄວາມ ຕັດສິນໃຈສູງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍ, ການກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ, ຖືເອົາການສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ, ແຕ່ລະແຂວງ ຕ້ອງກໍານົດລະອຽດຈະແຈ້ງ ບັນດາວຽກຈຸດສຸມ ທີ່ຕ້ອງໄດ້ປະ ຕິບັດໃນແຕ່ລະໄລຍະ ໂດຍສະ ເພາະບັນຫາຄົງຄ້າງເຮັດບໍ່ທັນ ສໍາເລັດ, ມີການປະສານສົມທົບຢ່າງກົມກຽວລະຫວ່າງຂະແໜງການຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນການປະຕິບັດແຜນການໃນຕໍ່ໜ້າໃຫ້ມີຄຸນນະພາບສູງ. ຂ່າວ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ