ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ຜູ້ບັນຊາການທະຫານອາກາດກອງທັບແຫ່ງ ຣາຊະອານາຈັກໄທ ຢ້ຽມຢາມປະເທດເຮົາ
ເວລາອອກຂ່າວ: 2019-02-05 09:02:59 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1995 | ຄວາມນິຍົມ:



ໃນວັນທີ 4 ກຸມພາ 2019 ນີ້, ທ່ານ ພົນອາກາດເອກ ໄຊຍະ ພຶກ ດິດຍະສະຣິນ ຜູ້ບັນຊາການ ທະຫານອາກາດກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍ ຄະນະ ໄດ້ເດີນທາງມາຢ້ຽມຢາມ ມິດຕະພາບຢູ່ ສປປ ລາວ ຢ່າງ ເປັນທາງການ ໂດຍມີກຳນົດຢູ່ ຢ້ຽມຢາມເປັນເວລາ 2 ວັນ ເຊິ່ງ ໄດ້ຮັບການຕ້ອນຮັບຈາກ ທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວ ໜ້າກົມໃຫຍ່ເສນາທິການກອງ ທັບ ພ້ອມດ້ວຍຄະນະ. ໃນການພົບປະກັນ, ທ່ານຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ກໍໄດ້ຕີລາຄາສູງຕໍ່ ທ່ານ ຜູ້ບັນຊາການທະຫານອາກາດ ກອງທັບ ແຫ່ງ ຣາຊະອາ ນາຈັກໄທ ພ້ອມດ້ວຍຄະນະທີ່ເດີນທາງມາ ຢ້ຽມຢາມ ສປປ ລາວ ໃນຄັ້ງ ນີ້ເຊິ່ງເປັນການປະກອບສ່ວນ ສຳຄັນໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ​ການຮ່ວມມືຖານບ້ານໃກ້ເຮືອນ ຄຽງ ລະຫວ່າງສອງຊາດ, ສອງ ກອງທັບ ລາວ-ໄທ, ໄທ- ລາວ ໃຫ້ ນັບມື້ມີບາດກ້າວອັນໃໝ່ເພື່ອ ຜົນປະໂຫຍດຂອງປະຊາຊົນທັງ ສອງປະເທດ. ທ່ານ ພົນອາກາດເອກ ໄຊຍະ ພຶກ ດິດຍະສະຣິນ ກໍໄດ້ສະແດງ ຄວາມດີໃຈທີ່ມີໂອກາດເດີນທາງ ມາຢ້ຽມຢາມມິດຕະພາບຢູ່ ສປປ ລາວ ໃນຄັ້ງນີ້ ແລະ ສະແດງ ຄວາມຫວັງວ່າສາຍພົວພັນມິດ ຕະພາບ ແລະການຮ່ວມມືທີ່ດີລະ ຫວ່າງສອງຊາດ, ສອງກອງທັບ ໄທ-ລາວ,​ ລາວ-ໄທ ຈະໄດ້ຮັບ ການເສີມຂະຫຍາຍໃຫ້ນັບມື້ດີ ຂຶ້ນໃນອະນາຄົດ. ໃນໂອກາດເດີນທາງມາຢ້ຽມ ຢາມ ສປປ ລາວ ຄັ້ງນີ້, ທ່ານຜູ້ ບັນຊາການທະຫານອາກາດ ແຫ່ງ ຣາຊະອານາຈັກໄທ ພ້ອມ ດ້ວຍຄະນະຍັງໄດ້ເຂົ້າຢ້ຽມຂໍ່າ ນັບ ທ່ານ ພົນຕີ ແອສະໄໝ ເລືອງ ວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ໄດ້ໄປທ່ຽວຊົມແຫຼ່ງ ທ່ອງທ່ຽວຈຳນວນໜຶ່ງຢູ່ນະຄອນ ຫຼວງວຽງຈັນອີກດ້ວຍ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ