ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງພັນໃຫຍ່ 497 ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-05 09:07:15 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2251 | ຄວາມນິຍົມ:



ໃນວັນທີ 30 ມັງກອນ 2019 ນີ້, ກອງພັນໃຫຍ່ 497 ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ, ໂດຍ ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງ ຊາດ, ມີອຳນາດການປົກຄອງ ແຂວງ-ເມືອງ, ມີຄະນະພັກ-ຄະ ນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບກອງພັນໃຫຍ່ 497 ຕະ ຫຼອດພໍ່ແມ່ປະຊາຊົນອ້ອມຂ້າງ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຂຶ້ນກ່າວຄຳປາໄສວ່າ: ກ່ອນໜ້ານີ້ 70 ປີປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາ ລົບຮັກຂອງພວກເຮົາໄດ້ນຳພາກໍ່ຕັ້ງກອງທັບລາວອິດສະຫຼະ, ກໍ່ຕັ້ງກອງລາດຊະວົງຂຶ້ນໃນວັນ ທີ 20 ມັງກອນ 1949 ຢູ່ເຂດທີ່ ໝັ້ນຕາແສງລາວຮຸ່ງ, ເມືອງຊຽງ ຄໍ້, ແຂວງຫົວພັນ ນັ້ນແມ່ນມື້ແຫ່ງ ການກຳເນີດເກີດຂຶ້ນຂອງກອງ ທັບປະຊາຊົນລາວໃນປັດຈຸບັນ, ໃນທ່າມກາງຂະບວນການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ ຕ້ານກັບຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດທີ່ພວມຟົດ ເດືອດຢູ່ທຸກທ້ອງຖິ່ນທົ່ວປະເທດ, ການກຳເນີດຂອງກອງທັບລາວ ອິດສະຫຼະແມ່ນມີຄວາມໝາຍ ຄວາມສຳຄັນທາງດ້ານການ ເມືອງອັນໃຫຍ່ຫຼວງໃນປະຫວັດ ສາດຂອງຊາດລາວຈາກຖາ ນະເປັນຂ້ອຍຂ້າຈັກກະພັດ ຕ່າງດ້າວໄດ້ລຸກຂຶ້ນເຮັດການປະ ຕິວັດພຽງໄລຍະສັ້ນໆກໍໄດ້ມີ ກອງທັບປະຕິວັດ ເຊິ່ງເປັນກ້ອນ ກຳລັງຫຼັກແຫຼ່ງໃຫ້ແກ່ຂະບວນ ການຕໍ່ສູ້ກູ້ຊາດຂອງປະຊາຊົນ ລາວ ຕິດພັນກັບການເຕີບໃຫຍ່ ເຂັ້ມແຂງຂອງກອງທັບປະຊາຊົນ ລາວ ຕະຫຼອດໄລຍະ 70 ປີຜ່ານ ມານີ້, ພະນັກງານ-ນັກຮົບກອງ ພັນໃຫຍ່ 497 ກໍໄດ້ຄຽງບ່າຄຽງ ໄຫຼ່ກັບເຫຼົ່າຮົບອື່ນໆ ປະກອບ ສ່ວນເຂົ້າໃນຂະບວນການຕໍ່ສູ້ ກູ້ຊາດໃນເມື່ອກ່ອນ ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃນປັດຈຸ ບັນກອງພັນໃຫຍ່ 497 ໄດ້ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອ ຂອງກອງທັບປະຊາຊົນລາວ, ຕັ້ງ ໜ້າປັບປຸງກໍ່ສ້າງກຳລັງໃຫ້ໜັກ ແໜ້ນເຂັ້ມແຂງໃນທຸກດ້ານ ສູ້ຊົນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ໃຫ້ປາກົດຜົນເປັນຈິງ. ໃນພິທີຍັງໄດ້ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນ 5 ປີຜ່ານມາ ຈາກນັ້ນກໍໄດ້ຊົມການ ເດີນສວນສະໜາມຂອງພະນັກ ງານ-ນັກຮົບກອງພັນໃຫຍ່ 497 ເລີ່ມຕົ້ນດ້ວຍກ້ອນທຸງໄຊ, ກ້ອນ ພະນັກງານຫ້ອງການ, ກ້ອນກຳ ລັງພະນັກງານ-ນັກຮົບ, ກ້ອນ ກຳລັງໄຟແບກຫາບ ແລະ ກ້ອນ ມວນຊົນ, ພ້ອມນີ້ຍັງໄດ້ຊົມ ການ ສະແດງມວຍຕີພິເສດປ້ອງກັນຕົວ ຂອງເຫຼົ່າຮົບຕີພິເສດເພດຍິງອີກ ດ້ວຍ. ໂອກາດນີ້ປະທານສູນກາງແນວລາວສ້າງຊາດພ້ອມດ້ວຍຄະນະຍັງໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກຈຳນວນໜຶ່ງມາ ມອບໃຫ້ກອງພັນໃຫຍ່ 497 ມູນຄ່າ 23 ລ້ານກວ່າກີບ ແລະ ກະຊວງປ້ອງກັນປະເທດມອບ ເງິນສົດ 30 ລ້ານກີບ. ໂດຍ: ນາງ ຕູ່ ນາດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ