ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-05 09:13:27 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2021 | ຄວາມນິຍົມ: ![]()
ວັນທີ 4 ກຸມພາ 2019 ນີ້, ກະຊວງຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ໄດ້ຈັດ
ຕັ້ງພິທີປາຖະກະຖາວັນສ້າງຕັ້ງ
ກອງທັບ ຄົບຮອບ 70 ປີ, ໂດຍ
ການເປັນປະທານ ແລະ ໃຫ້ກຽດ
ປາຖະກະຖາຂອງ ທ່ານ ພົນເອກ
ຈັນສະໝອນ ຈັນຍາລາດ ກຳມະ
ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ
ປະເທດ, ມີທ່ານລັດຖະມົນຕີ ກະຊວງຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ, ມີຄະ
ນະກົມ, ຫ້ອງການ ພ້ອມດ້ວຍພະ
ນັກງານລັດຖະກອນກະຊວງຊັບ
ພະຍາກອນທໍາມະຊາດ ແລະ ສິ່ງ
ແວດລ້ອມເຂົ້າຮ່ວມຢ່າງຫຼວງ
ຫຼາຍ.
ການປາຖະກະຖາໃນຄັ້ງນີ້ແມ່ນເພື່ອເປັນການສຶກສາອົບຮົມ ສະມາຊິກພັກ, ພະນັກງານໃຫ້ມີ ຈິດໃຈຮັກຊາດ, ຮັກລະບອບໃໝ່, ຮັກລະບອບປະຊາທິປະໄຕປະ ຊາຊົນ, ມີນໍ້າໃຈປະຕິວັດ, ມີຄວາມ
ກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນ ເອົາແບບຢ່າງຄຸນສົມບັດສິນທຳປະຕິວັດຂອງບັນດາຜູ້ນຳ ແລະ ນັກຮົບປະຕິວັດຮຸ່ນກ່ອນ, ຖືເປັນ
ໂອກາດສ້າງຂະບວນການຕອບ ບຸນແທນຄຸນຜູ້ທີ່ໄດ້ເສຍສະຫລະ ຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ມີ ຜົນງານໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ພ້ອມນັ້ນ, ກໍ ເພື່ອສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ ກົນອຸບາຍມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ ແລະ ເປັນ
ເຈົ້າການເຂົ້າຮ່ວມໃນການປະ ຕິບັດແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບທົ່ວປວງ
ຊົນໃຫ້ມີຄວາມເຂັ້ມແຂງ. ພ້ອມ
ນີ້ ໄດ້ຍົກໃຫ້ເຫັນປະຫວັດສາດ ການກຳເນີດຂອງກອງທັບປະ
ຊາຊົນລາວ ໂດຍສະເພາະສະພາບ ແວດລ້ອມກ່ອນການສ້າງຕັ້ງ ກອງທັບປະຊາຊົນລາວ, ຄວາມ
ໝາຍຄວາມສຳຄັນ, ຜົນງານໄຊ
ຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດ, ລວມທັງໄລຍະປະຕິບັດພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງກອງທັບປະຊາຊົນລາວ ໃນໄລຍະໃໝ່, ໂດຍຜ່ານຍ່ານທາງແຫ່ງການ ສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບ ໃຫຍ່ຂະຫຍາຍຕົວພາຍໃຕ້ການ ນຳພາອັນປີຊາສາມາດ ແລະ ສະ
ຫລາດສ່ອງໃສຂອງພັກປະຊາ ຊົນປະຕິວັດລາວ, ເຊິ່ງກອງທັບ ປະຊາຊົນລາວໄດ້ຜ່ານຜ່າອຸປະ ສັກນາໆປະການ, ເຮັດສຳເລັດ ພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີ ໄຊ, ສາມາດຕີເອົາຊະນະຈັກກະ ພັດລ່າເມືອງຂຶ້ນຝຣັ່ງ ແລະ ຈັກ ກະພັດອາເມລິກາ ຜູ້ຮຸກຮານ, ພ້ອມດ້ວຍລູກແຫຼ້ງຕີນມືຂອງ ພວກເຂົາ, ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ຍົກໃຫ້ເຫັນທາດແທ້ມູນເຊື້ອອັນ ສະຫງ່າງາມຂອງກອງທັບປະ ຊາຊົນລາວ, ໂດຍສະເພາະທາດ
ແທ້, ມູນເຊື້ອຄວາມຈົງຮັກພັກດີ ຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ນໍ້າໃຈຕໍ່ ສູ້ພິລາດອາດຫານ, ເສຍສະຫລະ, ກ້າແກ່ນ, ໜຽວແໜ້ນ, ມີໄຫວພິບ, ມີຄວາມດຸໝັ່ນຂະຫຍັນພຽນ, ມີ
ນໍ້າໃຈປະຢັດມັດທະຍັດ, ມີຄວາມ
ສາມັກຄີ ແລະ ມີລະບຽບວິໄນທີ່
ເຂັ້ມງວດ. ດັ່ງນັ້ນ, ຜ່ານພຶດຕິກໍາ ຕົວຈິງຈາກການຕໍ່ສູ້ກູ້ຊາດຍືດ ເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະ ແຈ້ງວ່າກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາເດັດຂາດໂດຍ ກົງ ແລະ ຮອບດ້ານຂອງພັກປະ ຊາຊົນປະຕິວັດລາວ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















