
ກອງບັນຊາການທະຫານແຂວງວຽງຈັນ ມອບເງິນອຸດໜູນໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2019-02-06 09:30:02 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:
ທ້າຍເດືອນມັງກອນ 2019 ນີ້, ຄະນະພັກ-ຄະນະບັນຊາກອງ
ບັນຊາການທະຫານແຂວງວຽງ ຈັນ, ໄດ້ມອບເງິນອຸດໜູນນະໂຍ ບາຍໃຫ້ຄອບຄົວຜູ້ເສຍຊີວິດລວມ
ເງິນທັງໝົດ 101.295.000 ກີບ, ໂດຍການເປັນປະທານຂອງ ພັນໂທ ຄຳຕັນ ວົງລັດຕະນະ ຄະ ນະພັກກອງບັນຊາການ ຫົວໜ້າ ຫ້ອງການເມືອງກອງບັນຊາການ
ທະຫານແຂວງວຽງຈັນ, ມີຄະນະ
ພັກ-ຄະນະບັນຊາ,ພະແນກການ ທີ່ກ່ຽວຂ້ອງ ແລະ ຄອບຄົວຜູ້ເສຍ
ຊີວິດເຂົ້ຮ່ວມ.
ໃນໂອກາດດັ່ງກ່າວ ພັນຕີ ວັນໄຊ ສີອຳພອນ ຫົວໜ້າພະແນກ
ປະກັນສັງຄົມ ໄດ້ຂຶ້ນອະທິບາຍ ການຄິດໄລ່ເງິນອຸດໜູນນະໂຍ ບາຍໃຫ້ຄອບຄົວຜູ້ເສຍຊີວິດເຂົ້າ ໃຈຢ່າງລະອຽດຈະແຈ້ງ, ຈາກ ນັ້ນ ພັນໂທ ຄຳຕັນ ວົງລັດຕະນະກໍໄດ້ຂຶ້ນມອບເງິນຈຳນວນດັ່ງກ່າວໃຫ້ຄອບຄົວຜູ້ເສຍຊີວິດ, ພ້ອມທັງ ໄດ້ຮຽກຮ້ອງໃຫ້ຄອບຄົວດັ່ງ ກ່າວຈົ່ງນຳໃຊ້ເງິນຈຳນວນດັ່ງ ກ່າວຢ່າງມີເປົ້າໝາຍໃນການ ສ້າງສາພັດທະນາຄອບຄົວໃຫ້ດີຂຶ້ນເປັນກ້າວໆ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ