
ຄະນະຜູ້ແທນການທະຫານແຂວງກອນຕູມ ແຫ່ງ ສສ ຫວຽດນາມ ເຂົ້າອວຍພອນຄະນະກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2019-02-06 09:34:29 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 370 | ຄວາມນິຍົມ:
ຄະນະຜູ້ແທນການທະຫານ ແຂວງກອນຕູມ ນໍາໂດຍ ສະຫາຍ
ພັນເອກ ດວນ ວັນຍຶດ ຫົວໜ້າ ການເມືອງ ກອງບັນຊາການທະ ຫານແຂວງກອນຕູມ ສສ ຫວຽດ
ນາມ ພ້ອມຄະນະ ໄດ້ນຳເອົາກະ ຕ່າຂອງຂວັນ ແລະ ຄຳອວຍ ພອນໄຊອັນປະເສີດເຂົ້າອວຍ ພອນ ຄະນະກອງບັນຊາການທະ
ຫານແຂວງຈໍາປາສັກ ໃນວັນທີ 27 ມັງກອນ 2019 ນີ້, ເນື່ອງ ໃນໂອກາດທີ່ກອງບັນຊາການ ທະຫານແຂວງຈໍາປາສັກສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ, ໃຫ້ກຽດຕ້ອນຮັບ ໂດຍແມ່ນ ສະຫາຍພັນເອກ ບຸນມາກ ວິລະ ວົງ ຄະນະປະຈໍາພັກແຂວງ ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງຈໍາປາສັກ, ພ້ອມ ຄະນະ.
ໂອກາດນີ້ທ່ານ ພັນເອກ ດວນ ວັນຍຶດ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງ ກອນຕູມ ໄດ້ຕາງໜ້າໃຫ້ຄະນະ ກ່າວຄໍາອວຍພອນໄຊອັນປະເສີດ ແກ່ຄະນະພັກ-ຄະນະບັນຊາ ກອງ ບັນຊາການທະຫານແຂວງຈໍາ ປາສັກ ພ້ອມພະນັກງານ-ນັກຮົບ ທຸກທົ່ວໜ້າ ເນື່ອງໃນໂອກາດ ສະເຫຼີມ ສະຫຼອງວັນສ້າງຕັ້ງກອງ
ທັບປະຊາ ຊົນລາວ ຄົບຮອບ 70 ປີ, ຈົ່ງມີສຸຂະພາບພະລານາໄມ ສົມບູນ ປະສົບຜົນສໍາເລັດໃນໜ້າ ທີ່ການງານທຸກປະການ, ພ້ອມ ກັນສືບຕໍ່ເສີມຂະຫຍາຍ ມູນເຊື້ອ ຄວາມສາມັກຄີຮັກແພງລະຫວ່າງ
ສອງຊາດ ສອງກອງທັບ ລາວ- ຫວຽດນາມ, ຫວຽດນາມ-ລາວ ເວົ້າສະເພາະກໍຄືກອງບັນຊາການ ທະຫານແຂວງຈໍາປາສັກ ແລະ ກອງບັນຊາການທະຫານແຂວງ ກອນຕູມໃຫ້ນັບມື້ງອກງາມຕະ ຫລອດໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ