
ສອງອົງການຈັດຕັ້ງມະຫາຊົນ ແລະ ສິລະປະກອງພົນສຳເລັດການຊຸກຍູ້ຂະບວນການຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຢູ່ກົມກອງແນວໜ້າ
ເວລາອອກຂ່າວ: 2019-02-06 10:15:40 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 139583574 | ຄວາມນິຍົມ:
ໃນທ້າຍເດືອນ ມັງກອນ
2019 ຜ່ານມານີ້ ສອງອົງການ ຈັດຕັ້ງມະຫາຊົນຊາວໜຸ່ມ, ສະຫະພັນແມ່ຍິງ ກອງພົນທີ 3, ເຊິ່ງນຳໂດຍ ພັນໂທ ຈັນເຈີ
ແກ້ວລາຕີ ຫົວໜ້າພະແນກ ຊາວໜຸ່ມກອງພົນທີ 3, ພະແນກ
ສະຫະພັນແມ່ຍິງ, ພະແນກໂຄ ສະນາ-ອົບຮົມໄດ້ນຳເອົາເຄື່ອງ ອຸປະໂພກ-ບໍລິໂພກຈຳນວນໜຶ່ງ
ມູນຄ່າ 15 ລ້ານກີບ ແລະ ນຳ
ເອົາຄະນະສິລະປະ-ວັນນະຄະ ນະດີສະໝັກຫຼີ້ນກອງພົນທີ 3 ລົງເຄື່ອນໄຫວມອບ ແລະ ສະແດງຮັບໃຊ້ພະນັກງານ-ນັກຮົບ, ກົມກອງເຂດທຸລະ ກັນດານ, ເພື່ອຊຸກຍູ້ຂະບວນການສະເຫຼີມສະຫຼອງວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ຢູ່ກອງພັນໃຫຍ່ 301, ກອງພັນນ້ອຍ 414, ກອງພັນນ້ອຍ 415, ກອງພັນ ນ້ອຍ 418, ກອງພັນໃຫຍ່ 302,
ກອງພັນນ້ອຍ 416 ແລະ ກອງ
ພັນນ້ອຍ 403 ໂດຍການໃຫ້ ກຽດຕ້ອນຮັບຈາກຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ
ຮົບ ແຕ່ລະກົມກອງ, ຕະຫຼອດຮອດ ການນຳຂອງເມືອງ ຊຽງຮອນ, ເມືອງຄອບ, ເມືອງປາກທາ, ເມືອງຜາອຸດົມ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ລາຍການທີ່ນຳມາສະແດງ ໃນຄັ້ງນີ້ມີບົດຟ້ອນ 3 ລາຍການ, ສະຫຼອງ 70 ປີ ມີໄຊ, ບ່າວທະ ຫານຊ່ວຍຊາວບ້ານເຮັດສວນ ສາລີ, ອັນຍະມະນີແຫ່ງລຸ່ມແມ່ ນ້ຳຂອງ, ຮ້ອງດຽວ 4 ລາຍ ການ,
ເສົ້າຄໍ້າເມືອງເໜືອ, ທະຫານ
ຊາຍແດນ, ຊີວິດໃໝ່ຂອງຊົນ ເຜົ່າມົ້ງ, ສະເຫຼີມສະຫຼອງ 70 ປີ,
ຮ້ອງໝູ່ຍິງ 1 ລາຍການ, ຢ້ຽມ
ຢາມຄ້າຍອ້າຍທະຫານ, ຮ້ອງໝູ່
ຊາຍ 1 ລາຍການ,ທະຫານຂອງ ປະຊາຊົນ ແລະ ຮ້ອງຄູ່ຍິງ-ຊາຍ
1 ລາຍການ, ທະຫານສັ່ງແຟນ, ເຊິ່ງແຕ່ລະລາຍການລ້ວນແລ້ວ ແຕ່ສ່ອງແສງເຖິງມູນເຊື້ອອັນ ພິລາດອາດຫານ ແລະ ສ້າງບັນຍາ ກາດຢ່າງຟົດຟື້ນ.
ໂດຍ: ສຸລິພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ