ໜ່ວຍພັກກົມເສນາຮັກ ເປີດກອງປະຊຸມໃຫຍ່ຄັ້ງທີ 8
ເວລາອອກຂ່າວ: 2019-02-07 08:53:25 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1546 | ຄວາມນິຍົມ: ![]()
ໃນຕອນເຊົ້າວັນທີ 4/2/ 2019 ນີ້, ໜ່ວຍພັກກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ 8 ຂອງຕົນຂຶ້ນ, ໂດຍພາຍໃຕ້ການ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ຄຳເພັດ ສີຊານົນ ກຳ ມະການຄະນະພັກກະຊວງ, ຄະ
ນະປະຈຳພັກອົງການກົມໃຫຍ່,ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີເລຂາຮອງເລ ຂາໜ່ວຍພັກ, ຄະນະໜ່ວຍພັກ, ແຂກຖືກເຊີນພ້ອມດ້ວຍສະມາ ຊິກພັກສົມບູນພາຍໃນໜ່ວຍເຂົ້າ ຮ່ວມ.
ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກ ອົງການກົມໃຫຍ່, ເລຂາໜ່ວຍ ພັກ, ຫົວໜ້າກົມເສນາຮັກກົມ ໃຫຍ່ພະລາທິການກອງທັບໄດ້ ຂຶ້ນຜ່ານບົດລາຍງານການເມືອງ ທັງສອງພາກ, ໂດຍໄດ້ຍົກໃຫ້ ເຫັນຜົນສຳເລັດໃນການຈັດຕັ້ງ ນຳພາຂອງຄະນະໜ່ວຍພັກກົມ ເສນາຮັກໃນໄລຍະທີ່ຜ່ານມາ ເຊິ່ງຄະນະໜ່ວຍພັກໄດ້ເອົາໃຈ ໃສ່ວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດເປັນຕົ້ນຕໍ, ມີຄວາມເປັນເອກະພາບຕໍ່ແນວ ທາງນະໂຍບາຍຂອງພັກ, ປະຕິ ບັດຂໍ້ກຳນົດກົດລະບຽບຂອງພັກ ຢ່າງເຂັ້ມງວດ, ສະມາຊິກພັກມີ ຄວາມສາມັກຄີເປັນເອກະພາບ, ປະຕິບັດລະບອບດຳເນີນຊີວິດ ການເມືອງ ແລະ ເສຍເງິນບຳ ລຸງສະຕິພັກຢ່າງເປັນປົກກະຕິ, ຕ້ານ ແລະ ສະກັດກັ້ນປາກົດການ ຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນ ກົມກອງ, ດ້ານວຽກງານວິຊາ ການໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ພະນັກງານພາຍໃນກົມກໍຄືທົ່ວ ເຫຼົ່າຮົບເສນານຮັກ, ຄົ້ນຄວ້າ ເຊື່ອມຊຶມບັນດາມະຕິ, ຄຳສັ່ງ,
ຂໍ້ກຳນົດບົດແນະນຳຕ່າງໆຂອງ ຂັ້ນເທິງ, ໂດຍສະເພາະວຽກ ງານນະໂຍບາຍປິ່ນປົວແບບ ມອບເໝົາ, ແບບນະໂຍບາຍ, ປັດຈຸບັນມີ 27 ໂຮງໝໍໄດ້ຈັດ ຕັ້ງປິ່ນປົວສຸຂະພາບຮ່ວມກັບ ກົມປະກັນສັງຄົມ ເຊິ່ງໃນແຕ່ລະ ຂົງເຂດວຽກງານໄດ້ຫັນເອົາ ແນວທາງດັ່ງກ່າວເປັນແຜນ ການ, ແຜນວຽກຕົວຈິງພ້ອມ ທັງຕິດຕາມກວດກາຊຸກຍູ້ຈັດ ຕັ້ງປະຕິບັດເປັນປົກກະຕິເຮັດ ໃຫ້ວຽກງານເສນາຮັກຮັດກຸມ ເຂົ້າກວ່າເກົ່າ ມີທັງການຫັນປ່ຽນ ອັນໃໝ່ ແລະ ມີປະສິດທິຜົນດີ, ການສ້າງແຜນການຕ່າງໆໄດ້ ທ່ວງທັນເວລາຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງຜູ້ໃຊ້ບໍລິການ, ດ້ານ ການຈັດຕັ້ງໄດ້ເອົາໃຈໃສ່ນຳ ພາເຄື່ອນໄຫວຖືກຕ້ອງຕາມພາ ລະບົດບາດໜ້າທີ່, ຄົ້ນຄວ້າປັບ ປຸງໂຄງປະກອບການຈັດຕັ້ງໃນ ແຕ່ລະຂົງເຂດເປັນຕົ້ນແມ່ນໂຮງ ໝໍ, ໂຮງຮຽນ, ສະຖາບັນ, ບັນ ດາພະແນກການ, ຂະແໜງການ ຕ່າງໆໃຫ້ແທດເໝາະກັບໜ້າທີ່ ການເມືອງ, ເໝາະກັບຄວາມຮູ້ ຄວາມສາມາດຂອງບຸຄະລາ ກອນ, ຊຸກຍູ້ອົງການຈັດຕັ້ງມະ ຫາຊົນຂອງພັກໄດ້ເຄື່ອນໄຫວ ຕາມພາລະບົດບາດ, ສິດໜ້າທີ່ ຂອງຕົນຢ່າງເປັນຂະບວນການ ຟົດຟື້ນ, ຕັ້ງໜ້າປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງ ແຂງແຮງ, ຮັບປະກັນຊີວິດ ການເປັນຢູ່ຂອງພະນັກງານ- ນັກຮົບ, ເອົາໃຈໃສ່ຄຸ້ມຄອງປົກ ປັກຮັກສາສາງຄັງ ແລະ ວັດຖຸອຸ ປະກອນຕ່າງໆເຄື່ອງຂອງສ່ວນ ລວມບໍ່ໃຫ້ຕົກເຫ່ຍເສຍຫາຍດ້ວຍ ຄວາມຮັບຜິດຊອບສູງ, ແລກ ປ່ຽນຖອດຖອນບົດຮຽນລະ ຫວ່າງສອງຝ່າຍກັບບັນດາປະ ເທດເພື່ອນມິດຍຸດທະສາດ ນັບມື້ ກ້າວເຂົ້າສູ່ລວງເລິກໃນວຽກ ງານວິຊາສະເພາະໄດ້ຫຼາຍລະ ດັບ.
ໃນວາລະດຳເນີນກອງປະຊຸມ, ຜູ້ແທນກອງປະຊຸມກໍໄດ້ຂຶ້ນປະ ກອບຄຳຄິດເຫັນຕໍ່ບົດລາຍງານ ການເມືອງທັງສອງພາກ ແລະ ບົດສະຫຼຸບການນຳພາຂອງຄະ ນະໜ່ວຍພັກໃນໄລຍະຊຸມປີທີ່ ຜ່ານມາຢ່າງກົງໄປກົງມາເຫັນດີ ເປັນເອກະພາບກັນ ຮັບຮອງເອົາ ມະຕິຜົນຂອງກອງປະຊຸມໃຫຍ່ ຄັ້ງທີ 8 ທິດທາງແຜນການນຳ ພາຂອງຄະນະໜ່ວຍພັກໃນຕໍ່ໜ້າ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນ ຈິງ, ກອງປະຊຸມໄດ້ພ້ອມກັນ ປ່ອນບັດຄັດເລືອກເອົາຄະນະ ໜ່ວຍພັກຊຸດໃໝ່ 5 ສະຫາຍ ໂດຍແມ່ນ: ສະຫາຍ ພົນຈັດ ຕະວາ ບົວສິງ ອິນທະວົງ ຫົວ ໜ້າກົມເສນາຮັກກົມໃຫຍ່ພະລາ ທິການກອງທັບເປັນເລຂາໜ່ວຍ ພັກຊຸດໃໝ່ ແລະ ສະຫາຍພັນ ເອກ ຄຳຜາຍ ຜັນສິລິ ເປັນຮອງ ເລຂາໜ່ວຍພັກ, ສະຫາຍພັນເອກ ນາງ ວັນເພັງ ພວງສາວະດີ, ສະຫາຍ ພັນໂທ ສີທະວົງ ບຸນ
ປະສົງ, ສະຫາຍພັນໂທ ໂນສັກ ພັນທະລາດ ເປັນກຳມະການ ຄະນະໜ່ວຍພັກກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















