ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຫ້ອງການເມືອງ ກມທ ສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2019-02-07 08:55:53 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1635 | ຄວາມນິຍົມ:



ວັນທີ 6 ກຸມພາ 2019 ນີ້, ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບໄດ້ຈັດຕັ້ງສະ ຫຼຸບການເຄື່ອນໄຫວວຽກງານ ຮອບດ້ານປະຈໍາປີ 2018, ວາງ ທິດທາງແຜນການໃນຕໍ່ໜ້າ ແລະ ຈັດຕັ້ງຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການເຂົ້າຮ່ວມເປັນ ປະທານຂອງ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ ຮອງຫົວຫນ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງການເມືອງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ. ທ່ານ ພັນໂທ ຖາວອນ ສີຫາ ລາດ ຮອງຫົວຫນ້າຫ້ອງການ ເມືອງກົມໃຫຍ່ການເມືອງກອງ ທັບໄດ້ຕີລາຄາຄືນຜ່ານການຈັດ ຕັ້ງປະຕິບັດວຽກງານຮອບດ້ານປິ່ນອ້ອມ 4 ຫນ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ ຜົນງານທີ່ເປັນພື້ນຖານຫລາຍ ດ້ານ ເປັນຕົ້ນແມ່ນໄດ້ເຮັດສໍາ ເລັດຫນ້າທີ່ໃນການເປັນເສນາທິ ການດ້ານວຽກງານພັກ-ວຽກ ງານການເມືອງ ໃຫ້ແກ່ອົງການ ກົມໃຫຍ່ການເມືອງກອງທັບ ເປັນຢ່າງດີ, ໃນນີ້ໄດ້ສໍາເລັດການ ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິການງານສູນກາງພັກຄັ້ງທີ 6 ສະໄຫມທີ X ແລະ ດໍາເນີນຊີວິດການເມືອງໃນໂອ ກາດ 70 ປີວັນສ້າງຕັ້ງກອງທັບ, ເປີດຮຽນສະຫນັບສະໜູນໃຫ້ມະຫາຊົນຜູ້ກ້າວຫນ້າໃນທົ່ວອົງ ການກົມໃຫຍ່ການເມືອງຈໍານວນ 34 ສະຫາຍ, ຮຽນກົດລະບຽບ ພັກໃຫ້ຈໍານວນ 50 ສະຫາຍ, ສະເຫນີຂັ້ນເທິງຮັບເອົາມະຫາ ຊົນຜູ້ກ້າວຫນ້າເຂົ້າພັກຈໍານວນ 57 ສະຫາຍ, ເລື່ອນສໍາຮອງ ຂຶ້ນສົມບູນ 41 ສະຫາຍ, ດ້ານ ວຽກງານພະນັກງານ ແມ່ນໄດ້ ຄົ້ນຄວ້າບຸຄະລາກອນປະກອບ ເຂົ້າໃສ່ຕໍາແໜ່ງງານຕ່າງໆ ຢູ່ ບັນດາກົມກອງໃນທົ່ວອົງການ ກົມໃຫຍ່ການເມືອງກອງທັບໃຫ້ ເໝາະສົມກັບໜ້າທີ່ວິຊາສະເພາະ ແລະ ໄດ້ນໍາສົ່ງພະນັກງານເຂົ້າ ຮຽນຢູ່ບັນບັນດາໂຮງຮຽນ ຕ່າງໆພາຍໃນປະເທດຈໍານວນ 16 ສະຫາຍ, ໄປເຝິກອົບຮົມຢູ່ ສສ ຫວຽດນາມ 109 ສະຫາຍ, ນອກຈາກນີ້ຍັງໄດ້ເອົາໃຈໃສ່ຊີ້ ນໍາວຽກງານອົງການຈັດຕັ້ງມະ ຫາຊົນປຸກລະດົມຊຸກຍູ້ໃຫ້ເຂົາ ເຈົ້າໄດ້ເຄື່ອນໄຫວຕາມພາລະ ບົດບາດຂອງຕົນ ແລະ ເປັນ ກຳລັງແຮງສໍາຄັນໃນການເຮັດ ສໍາເລັດໜ້າທີ່ການເມືອງຂອງ ກົມກອງ, ພ້ອມທັງໄດ້ປະຕິບັດ ນະໂຍບາຍຕໍ່ພະນັກງານ-ນັກ ຮົບ ເປັນຕົ້ນແມ່ນໄດ້ຄົ້ນຄວ້າປະ ຕິບັດນະໂຍບາຍຍ້ອງຍໍ, ເລື່ອນ ຊັ້ນ, ຍົກຂັ້ນເງິນເດືອນ, ຜັກຜ່ອນ ບໍານານ, ລາພັກປະຈໍາປີ, ສ້າງ ຄອບຄົວໃໝ່ ແລະ ວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງ ກົມກອງໄດ້ຮັບຜົນສໍາເລັດໃນ ຂັ້ນພື້ນຖານ. ຈາກນັ້ນ ໃນພິທີຍັງໄດ້ຈັດຕັ້ງ ຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະ 5 ປີຜ່ານມາ ໃນໂອກາດ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ໃນນັ້ນມີຜູ້ໄດ້ຮັບຫລຽນ ໄຊອິດສະຫຼະຊັ້ນ II ຈໍານວນ 1 ສະຫາຍ, ຊັ້ນ III ຈໍານວນ 3 ສະ ຫາຍ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 13, ຊັ້ນ III ຈໍານວນ 17, ຫຼຽນກາແຮງງານຈໍານວນ 6 ສະຫາຍ ແລະ ໄດ້ຮັບຫຼຽນໄຊພິ ລາດອາດຫານ ຊັ້ນ III ຈໍານວນ 1 ສະຫາຍ. ໂອກາດນີ້ ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກໍໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະບັນຊາ ຫ້ອງ ການເມືອງໃຫ້ເອົາໃຈໃສ່ວຽກ ງານເຮັດໃຫ້ສະພາບພາຍໃນກົມ ກອງກໍຄືທົ່ວອົງການກົມໃຫຍ່ມີ ຄວາມສະຫງົບໜັກແໜ້ນ,ຕັ້ງຫນ້າສຶກສາອົບຮົມການເມືອງ ນໍາພາແນວຄິດຕິດພັນກັບການ ເກັບກໍາສະພາບການເມືອງ-ແນວຄິດຂອງພະນັກງານ-ນັກ ຮົບໃນກົມກອງ, ເອົາໃຈໃສ່ ວຽກງານກໍ່ສ້າງພັກ-ພະນັກງານ ໃຫ້ມີຄຸນະພາບດີຂຶ້ນ, ສຸມໃສ່ ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດແທດເຖິງ ຕົວຈິງ, ການຈັດຕັ້ງປະຕິບັດ ນະ ໂຍບາຍຕໍ່ພະນັກງານ-ນັກຮົບ ຕ້ອງປະຕິບັດໃຫ້ສະເຫມີຕົ້ນສະ ເຫມີປາຍ ແລະ ເຂັ້ມງວດ, ພ້ອມ ນີ້ກໍຕ້ອງເພີ່ມທະວີວຽກງານ ກວດກາ, ວຽກງານປ້ອງກັນພາຍ ໃນໃຫ້ຫນັກແຫນ້ນເຂັ້ມແຂງ, ຕິດຕາມສະພາບການເມືອງ ພາຍໃນຊຸກຍູ້ຂະບວນການກໍ່ ສ້າງກອງ 3 ປອດໃຫ້ໄດ້ຮັບຫມາກ ຜົນດີກວ່າເກົ່າ. ໂດຍ: ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ