ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມຊ່າງແສງ ປະດັບຫຼຽນກາລະນຶກ 70 ປີ
ເວລາອອກຂ່າວ: 2019-02-07 09:25:59 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 139583318 | ຄວາມນິຍົມ:



ກາງເດືອນມັງກອນ 2019 ນີ້, ກົມຊ່າງແສງ ກົມໃຫຍ່ເສນາ ທິການກອງທັບ ໄດ້ຈັດພິທີປະດັບ ຫຼຽນກາລະນຶກ 70 ປີ. ໃຫ້ພະນັກ ງານຂອງຕົນ ໂດຍການເປັນປະ ທານຂອງ ພັນເອກ ວຽງໄຊ ໄຊ ສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະກົມ, ພະແນກການເຂົ້າ ຮ່ວມ. ພັນໂທ ວຽງສະຫວັນ ດາລາ ແສນ ຫົວໜ້າພະແນກສັງລວມ ກົມຊ່າງແສງ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນກາ ລະນຶກ 70 ປີ ກອງທັບປະຊາຊົນ ລາວໃຫ້ນາຍ ແລະ ພົນທະຫານ ກົມຊ່າງແສງ ກົມໃຫຍ່ເສນາທິ ການກອງທັບເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ທັງນີ້ກໍເພື່ອ ເປັນການຍ້ອງຍໍຜົນງານ, ຄຸນ ງາມຄວາມດີຂອງນາຍ ແລະ ພົນ ທະຫານກອງທັບປະຊາຊົນລາວ ທີ່ໄດ້ອຸທິດຕົນປະກອບສ່ວນເຂົ້າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາພັດທະນາປະ ເທດຊາດ. ໂອກາດນີ້ ພັນເອກ ວຽງໄຊ ໄຊສະໝອນ ກໍໄດ້ໂອ້ລົມ ພ້ອມທັງ ເນັ້ນໃຫ້ພະນັກງານທີ່ຮັບການ ຍ້ອງຍໍຄັ້ງນີ້ ຈົ່ງພ້ອມກັນຮັກສາ ທາດແທ້ມູນເຊື້ອອັນດີງາມຂອງ ຊາດ ຂອງພັກ ຂອງກອງທັບ ເສີມ ຂະຫຍາຍທາດແທ້ມູນເຊື້ອປະຕິ ວັດ ເຮັດສຳເລັດທຸກໜ້າທີ່ວຽກ ງານຂອງຕົນໃຫ້ມີຜົນສຳເລັດ ດ້ວຍຄວາມຮັບຜິດຊອບສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ