ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການພົວພັນຮ່ວມລະຫວ່າງກອງພົນທີ 5 ກັບ ບໍລິສັດມິດຕະພາບ 206 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-08-23 09:43:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 349218952 | ຄວາມນິຍົມ:



ໃນບໍ່ດົນຜ່ານມານີ້, ຢູ່ທີ່ບໍລິ ສັດ ມິດຕະພາບ 206 ບ້ານກົງຕູນ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊູມສາມັນ ຄັ້ງທີ 6 ໂດຍແມ່ນບໍລິສັດມິດຕະພາບ 206 ກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດ ນາມເປັນເຈົ້າພາບ, ຝ່າຍຫວຽດ ນາມ ນຳໂດຍ ສະຫາຍ ພັນໂທ ໂງແມ້ງຮຸ່ງ ອຳນວຍການບໍລິ ສັດມິດຕະພາບ 206, ຝ່າຍ ລາວ ນຳໂດຍ ສະຫາຍ ພັນເອກ ສີປະ ເສີດ ເຜີຍຄຳສີງ ຫົວໜ້າການ ເມືອງ ກອງພົນທີ 5 ພ້ອມຄະນະ ທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມທັງສອງຝ່າຍ ໄດ້ທົບທວນ ຜົນຂອງການຈັດ ຕັ້ງປະຕິບັດ ຕາມບົດບັນທຶກໃນ ໄລຍະ 3 ປີ ແລະ 6 ເດືອນຕົ້ນປີ 2022 ລະຫວ່າງກອງພົນທີ 5 ກັບ ບໍລິສັດມິດຕະພາບ 206 ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ, ເຊິ່ງໄລຍະຜ່ານມາສອງກົມ ກອງໄດ້ເພີ່ມທະວີສົມທົບແໜ້ນ ຊຸກຍູ້ຂະບວນການເຄື່ອນໄຫວ ແລກປ່ຽນຂ່າວສານສະພາບ ການໃນຂອບເຂດກົມກອງຮັບ ຜີດຊອບ ແລະ ແລກປ່ຽນການ ຮ່ວມມືກັນໃນແຕ່ລະປີ ແຕ່ຍ້ອນ ສະພາບການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19 ຈຶ່ງເຮັດ ໃຫ້ການຈັດກອງປະຊຸມບໍ່ໄດ້ ເປີດຕາມແຜນການ. ແຕ່ທັງ ສອງຝ່າຍກໍໄດ້ສືບຕໍ່ພົວພັນກັນ ຢ່າງສະໜິດແໜ້ນແບບກອງປະ ຊຸມທາງໄກຜ່ານວິດີໂອ. ໃນກອງປະຊຸມຄັ້ງນີ້, ທັງ ສອງຝ່າຍຈະເພີ່ມທະວີປຸກລະດົມ ຂົນຂວາຍພະນັກງານ-ນັກຮົບ ທັງສອງກົມກອງ ແລະ ປະຊາ ຊົນໃນພື້ນທີ່ກົມກອງຕັ້ງທັບ ໃຫ້ ເຂົ້າໃຈຢ່າງເລິກເຊິ່ງ ເຖິງແນວ ທາງແຜນນະໂຍບາຍຂອງພັກ- ລັດຂອງສອງຊາດ, ສອງກອງ ທັບ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ເວົ້າລວມ, ເວົ້າສະ ເພາະກໍຄືກອງພົນທີ 5 ກອງທັບ ປະຊາຊົນລາວ ກັບ ບໍລິສັດມິດ ຕະພາບ 206 ກອງບັນຊາການ ທະຫານເຂດ 5 ກອງທັບປະຊາ ຊົນຫວຽດນາມ ໃຫ້ນັບມື້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບ ການເພີ່ມພູນຄູນສ້າງຕະຫຼອດ ໄປ. ຈາກນັ້ນ, ທັງສອງຝ່າຍໄດ້ ພ້ອມກັນປຶກສາຫາລືປະກອບຄຳ ເຫັນດ້ວຍຄວາມສະໜິດສະໜົມ ແລະ ມີບັນຍາກາດ ເພື່ອສືບຕໍ່ ພົວພັນຮ່ວມມືກັນໃນຕໍ່ໜ້າ. ຈາກ ນັ້ນ, ທັງສອງຝ່າຍໄດ້ເຫັນດີ ເປັນເອກະພາບ ຜັດປ່ຽນກັນ ເປັນເຈົ້າພາບໃນປີຕໍ່ໜ້າ. ທັງນີ້, ແມ່ນການເຄື່ອນໄຫວຢ້ຽມຢາມ, ການພົວພັນແລກປ່ຽນລະຫວ່າງ ຄະນະພັກ-ຄະນະບັນຊາ ສອງກົມ ກອງ, ການແລກປ່ຽນຂະບວນ ການກີລາ, ສິລະປະ-ວັນນະຄະດີ ແລະ ອື່ນໆ ເພື່ອຮັດແໜ້ນຄວາມ ສາມັກຄີລະຫວ່າງກອງພົນທີ 5, ບັນດາແຂວງພາກໃຕ້ ກັບ ກອງ ບັນຊາການທະຫານເຂດ 5 ແລະ ບໍລິສັດມິດຕະພາບ 206 ເວົ້າ ລວມ, ເວົ້າສະເພາະກໍຄື ກອງພົນ ທີ 5 ກອງທັບປະຊາຊົນລາວ ກັບ ບໍລິສັດມິດຕະພາບ 206 ກອງ ບັນຊາການທະຫານເຂດ 5 ກອງ ທັບປະຊາຊົນຫວຽດນາມ ໃຫ້ນັບ ມື້ເຂົ້າສູ່ລວງເລີກ. ຈາກນັ້ນ, ທັງ ສອງຝ່າຍຍັງໄດ້ມອບຂອງຂວັນ ເຊິ່ງກັນ ແລະ ກັນ. ໃນນີ້, ບໍລິສັດ 206 ໄດ້ມອບເງິນ ຈຳນວນ 200 ລ້ານກີບໃຫ້ກອງພົນທີ 5 ນຳໃຊ້ ເຂົ້າໃນວຽກງານລວມຂອງກົມ ກອງ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ