ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກົມເສນາຮັກເປີດກອງປະຊຸມສຳມະນາວຽກງານການຈັດຊື້ຢາ-ເຄມີ ແລະ ອຸປະກອນການແພດ ປະຈຳປີ 2019
ເວລາອອກຂ່າວ: 2019-02-08 09:24:44 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 139585085 | ຄວາມນິຍົມ:



ໃນວັນທີ 6 ກຸມພາ 2019 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິ ການກອງທັບ ກົມເສນາຮັກ ກົມ ໃຫຍ່ພະລາທິການກອງທັບ ໄດ້ ເປີດກອງປະຊຸມສຳມະນາກ່ຽວ ກັບການຈັດຕັ້ງປະຕິບັດການຈັດ ຊື້ຢາ, ເຄມີ ແລະ ອຸປະກອນການ ແພດຮ່ວງບໍລິການເສຍຄ່າ ແລະ ປະກັນສັງຄົມປະຈຳປີ 2019 ຂຶ້ນ, ໂດຍພາຍໃຕ້ການເປັນປະ ທານຂອງ ທ່ານ ພົນຈັດຕະວາ​ ຄຳເພັດ ສີຊານົນ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີທ່ານ ພົນຈັດ ຕະວາ ບົວສິງ ອິນທະວົງ ຫົວໜ້າ ກົມເສນາຮັກ ກົມໃຫຍ່ພະລາທິ ການກອງທັບ, ມີບັນດາຫົວໜ້າ ອຳນວຍການໂຮງໝໍ 103, 101, 106, 107, 109, ໂຮງໝໍກອງ ພົນ, ໂຮງໝໍທະຫານແຂວງ(ນະ ຄອນຫຼວງ) ກອງພັນໃຫຍ່ເອກະ ລາດ ພ້ອມດ້ວຍວິຊາການແຕ່ລະ ພາກສ່ວນ ແລະ ບັນດາປະທານ ບໍລິສັດການຢາ-ອຸປະກອນການ ແພດເຂົ້າຮ່ວມ. ໃນກອງປະຊຸມພາຍຫຼັງ ທ່ານ ພົນຈັດຕະວາ ບົວສິງ ອິນ ທະວົງ ໄດ້ສະຫຼຸບລາຍງານການ ຈັດຕັ້ງຊື້ຢາ ແລະ ຜະລິດຕະພັນ ການແພດຈາກບໍລິສັດການຢາ ຕາມເງື່ອນໄຂຂອງແຕ່ລະໂຮງ ໝໍຕາມມາດຕະຖານທີ່ກຳນົດ ແລ້ວ ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ໄດ້ກ່າວວ່າ: ເພື່ອເປັນ ການຖອດຖອນບົດຮຽນວຽກ ງານສະໜອງ ແລະ ຜະລິດຕະ ພັນທາງການແພດ, ອີງໃສ່ກົດ ໝາຍຄຸ້ມຄອງຢາ ແລະ ຜະລິດ ຕະພັນການແພດທີ່ໄດ້ຮັບຮອງ ຈາກສະພາແຫ່ງຊາດ ມີຄວາມ ຈຳເປັນທຸກພາກສ່ວນທີ່ຕິດພັນ ກັບຂະແໜງການສາທາລະນະ ສຸກກໍຄືວຽກງານເສນາຮັກໃນ ກອງທັບ ຕ້ອງໄດ້ປະຕິບັດກົດ ໝາຍຢ່າງເຂັ້ມງວດ, ກອງປະ ຊຸມຖອດຖອນບົດຮຽນໃນຄັ້ງນີ້ ມີຄວາມຈຳເປັນທີ່ສຸດຕາມຄວາມ ຮຽກຮ້ອງຕ້ອງການໃນໄລຍະປັດ ຈຸບັນ, ເພາະຈະເປັນການປະກອບ ສ່ວນໂດຍກົງ ແລະ ມີຄວາມສຳ ຄັນຢ່າງຍິ່ງຕໍ່ການສະໜອງຢາ ແລະ ອຸປະກອນການແພດເຂົ້າ ໃນວຽກງານປ້ອງກັນ-ປິ່ນປົວ ພະຍາດໃຫ້ແກ່ນາຍ ແລະ ພົນທະ ຫານ ຕະຫຼອດຮອດປະຊາຊົນທີ່ ເຂົ້າມາໃຫ້ບໍລິການປິ່ນປົວສຸຂະ ພາບໃນໂຮງໝໍກອງທັບ, ສະນັ້ນ ຈິຶ່ງຮຽກຮ້ອງມາຍັງການຈັດຕັ້ງ ທີ່ກ່ຽວຂ້ອງ ແລະ ໂຮງໝໍ, ພ້ອມ ດ້ວຍວິຊາການ ຕະຫຼອດເຖິງບັນ ດາບໍລິສັດການຢາຈົ່ງພ້ອມກັນ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມ ເປັນເອກະພາບ ແລະ ຮັບປະກັນ ການສະໜອງຢາໃຫ້ມີຄຸນະພາບ ມີປະສິດທິຜົນ, ມີ ຄວາມປອດໄພ, ລາຄານຳເຂົ້າ- ຈຳໜ່າຍບໍລິການ, ການປ້ອງກັນ ແລະ ປິ່ນປົວພະ ຍາດໃຫ້ເໝາະສົມ, ຍຸຕິທຳ ແນໃສ່ ຮັບປະກັນການປິ່ນປົວພະຍາດ ໃຫ້ຄົນເຈັບມີສຸຂະພາບແຂງ ແຮງ, ຮັບປະກັນຄວາມໂປ່ງໃສ ແລະ ສອດຄ່ອງກັບກົດໝາຍ, ສາມາດຄຸ້ມຄອງ, ກວດ ສອບການ ບໍລິການຢາ-ເຄມີ ແລະ ຜະລິດຕະ ພັນການແພດຢ່າງພຽງພໍ ແລະ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ ວຽກງານຂອງຕົນປະກອບສ່ວນ ເຂົ້າໃນພາລະກິດການປົກປັກ ຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຈະເລີນກ້າວໜ້າ ຂຶ້ນໄປເລື້ອຍໆ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ