ກອງພັນໃຫຍ່ 642 ມອບລົດໄຖນານ້ອຍໃຫ້ກອງຮ້ອຍ 188
ເວລາອອກຂ່າວ: 2019-02-08 09:26:43 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1822 | ຄວາມນິຍົມ: ![]()
ໃນໂອກາດທີ່ທົ່ວພັກ ທົ່ວ ກອງທັບພວມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ຢ່າງຄຶກ ຄື້ນມ່ວນຊື່ນ, ໃນວັນທີ 31 ມັງ ກອນ 2019 ນີ້, ພັນເອກ ແສງ ມະນີວອນ ຄຳມະນີ ເລຂາຄະນະ ພັກ, ຫົວໜ້າການເມືອງກອງພັນ ໃຫຍ່ 642 ໄດ້ມອບລົດໄຖ ຈຳ ນວນ 1 ຄັນ ມູນຄ່າ 22 ລ້ານ ກວ່າ
ກີບ ໃຫ້ກອງຮ້ອຍ 118 ທີ່ຂຶ້ນກັບ
ກອງພັນໃຫຍ່ 642 ເພື່ອນຳໃຊ້ເຂົ້າ ໃນວຽກງານຜະລິດປູກຝັງ-ລ້ຽງ ສັດຂອງກົມກອງ, ເຊິ່ງລົດໄຖນາ ນ້ອຍດັ່ງກ່າວແມ່ນທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ນຳມາມອບໃຫ້ກອງພັນ ໃຫຍ່ 642 ໃນໂອກາດຜ່ານມາ, ສະນັ້ນຈຶ່ງໄດ້ມອບຕໍ່ໃຫ້ກົມກອງ ຮາກຖານຂອງຕົນນຳໃຊ້ເຂົ້າໃນ ການຜະລິດປັບປຸງຊີວິດການ ເປັນຢູ່ຂອງນາຍ ແລະ ພົນທະ ຫານ ໂດຍກ່າວຮັບໂດຍ ພັນໂທ
ສຸລິໄຊ ກຽດອາພອນ ຫົວໜ້າ ການທະຫານກອງຮ້ອຍດັ່ງກ່າວ,ສະຫາຍກ່າວສະແດງຄວາມຮູ້ ບຸນຄຸນໃຫ້ຍັງການນຳພັກ-ລັດ
ທີ່ເປັນຫ່ວງເປັນໃຍຕໍ່ກົມກອງທະ ຫານໃນກອງທັບປະຊາຊົນລາວ ໂດຍສະເພາະກອງຮ້ອຍ 118
ຂຶ້ນກັບກອງພັນໃຫຍ່ 642 ແລະ
ໃຫ້ຄຳໝັ້ນສັນຍາວ່າຈະປົກປັກ
ຮັກສາ ແລະ ນຳໃຊ້ເຂົ້າວຽກ ງານທຳການຜະລິດ ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ.
ໂດຍ: ແຟນຕ່າ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















