ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກົມເສນາຮັກທິການກອງທັບ ຈັດກອງປະຊຸມວຽກງານປ້ອງກັນພາຍໃນ
ເວລາອອກຂ່າວ: 2019-02-08 09:30:48 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1978 | ຄວາມນິຍົມ:



ວັນທີ 7 ກຸມພາ 2019 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກ ງານປ້ອງກັນພາຍໃນປະຈຳສົກ 2017-2018 ແລະ ວາງທິດທາງ ແຜນການປະຈຳສົກ 2018- 2019ຂຶ້ນ, ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະ ນະກົມ, ຫ້ອງການ, ຄະນະພັກ-ຄະ ນະບັນຊາ ແລະ ພະນັກງານຜູ້ທີ່ເຮັດວຽກປ້ອງກັນພາຍໃນທົ່ວກົມໃຫຍ່ເສນາທິການກອງທັບ ເຂົ້າຮ່ວມ. ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງກົມ ໃຫຍ່ເສນາທິການກອງທັບ ໄດ້ ຂຶ້ນຜ່ານບົດສະຫຼຸບວຽກງານ ປ້ອງກັນພາຍໃນ ແລະ ຍົກໃຫ້ ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ໃນຊຸມປີຜ່ານມາ ໂດຍຖືສຳຄັນ ວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດ, ຊີ້ນຳຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນເອົາ ໃຈໃສ່ວຽກງານສະກັດກັ້ນການ ກໍ່ອາດຊະຍາກຳໂດຍຖືເອົາວຽກ ງານໂຄສະນາ, ສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ ແກ່ພະນັກງານ-ນັກຮົບ, ຍົກສູງ ສະຕິລະວັງຕົວຕອບຕ້ານທຸກ ປາກົດການຫຍໍ້ທໍ້ພາຍໃນ, ຈັດ ຕັ້ງເຊື່ອມຊຶມມະຕິຄຳສັ່ງ, ຂໍ້ກຳ ນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ, ພ້ອມນີ້ກໍຍັງໄດ້ເອົາໃຈໃສ່ຕໍ່ ວຽກງານຂະບວນການສ້າງ ກອງປອດໃສ, ປອດໄພ, ປອດ ຄະດີ ຕິດພັນກັບການສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຢ່າງເປັນຂະບວນ ການກວ້າງຂວາງ, ສາມາດ ຕີລາຄາແບ່ງປະເພດການສ້າງ ກອງ 3 ປອດ ຂັ້ນກົມກອງເຫຼົ່າ ຮົບປະເພດ 1 ໄດ້ 209 ຫົວໜ່ວຍ ເທົ່າກັບ 83,26% ທຽບໃສ່ປີ ຜ່ານມາເພີ່ມຂຶ້ນ 26 ຫົວໜ່ວຍ, ປະເພດ 2 ໄດ້ 39 ຫົວໜ່ວຍ ເທົ່າກັບ 15,53%, ຂັ້ນກົມໃຫຍ່ ປະເພດ 1 ໄດ້ 44 ກົມກອງເທົ່າ ກັບ 81,48% ທຽບໃສ່ປີຜ່ານ ມາເພີ່ມຂື້ນ 5 ກົມກອງ, ປະເພດ 2 ໄດ້ 8 ກົມກອງເທົ່າກັບ 24,52%, ໃນນີ້ກອງປະຊຸມກໍ ໄດ້ພ້ອມກັນປະກອບຄຳຄິດຄຳ ເຫັນໃສ່ທິດທາງແຜນການໃນຕໍ່ ໜ້າເພື່ອສູ້ຊົນເຮັດໃຫ້ກົມກອງມີ ຄວາມສະຫງົບໂດຍພື້ນຖານ. ຈາກນັ້ນພັນໂທ ພິມ ວິຈິດວົງ ສາ ຫົວໜ້າພະແນກປ້ອງກັນ ພາຍໃນຫ້ອງການເມືອງກົມໃຫຍ່ ເສນາທິການກອງທັບກໍໄດ້ຂຶ້ນຜ່ານຂໍ້ຕົກວ່າດ້ວຍການເປີດຂະ ບວນການກໍ່ສ້າງກອງ 3 ປອດ ປະຈຳປີ 2019 ຕື່ມອີກ. ໂອກາດນີ້, ທ່ານ ພົນຕີ ປະສິດ ທ່ຽງທຳ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ບັນກົມກອງຍາດມາໄດ້ນັ້ນ ແລະ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບຜູ້ທີ່ເຮັດວຽກງານປ້ອງກັນ ພາຍໃນຈົ່ງສຶບຕໍ່ເອົາໃຈໃສ່ເປັນ ເຈົ້າການສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ນາຍ ແລະ ພົນທະຫານມີຄຸນທາດ ການເມືອງໜັກແໜ້ນ, ຍຶດໝັ້ນ ອຸດົມການຂອງພັກ, ຍົກສູງສະ ຕິລະວັງຕົວເປັນເຈົ້າການປ້ອງ ກັນຕົນເອງ, ປ້ອງກັນກົມກອງ ກໍຄືກອງທັບ ແລະ ປ້ອງກັນແນວ ທາງແຜນນະໂຍບາຍຂອງພັກ, ເປັນເຈົ້າການສ້າງໜ່ວຍພັກ, ຮາກຖານພັກ ແລະ ອົງການຈັດ ຕັ້ງມະຫາຊົນຂອງພັກໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນ, ມີ ຄວາມສາມັກຄີພາຍໃນ, ມີປະຊາ ທິປະໄຕລວມສູນເອກະພາບ, ຮັກສາໄດ້ກຳລັງແຮງສູ້ຮົບໃຫ້ ເປັນປົກກະຕິ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ