ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ເຈົ້າແຂວງໄຊຍະບູລີລົງຢ້ຽມຢາມທະຫານຊາຍແດນ
ເວລາອອກຂ່າວ: 2019-02-08 09:34:45 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1903 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ນີ້, ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ປະທານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ, ເຈົ້າແຂວງໆໄຊ ຍະບູລີ, ມີ ທ່ານ ພົນຈັດຕະວາ ຄໍາໝັ້ນ ວັນນະວົງ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະກັບອ້າຍນ້ອງ ທະຫານຊາຍແດນ, ໃນລະຫວ່າງ ວັນທີ 4-5 ກຸມພາ 2019 ນີ້, ທ່ານ ບຸນເສນ ຈັນທະຜອງ ເຈົ້າເມືອງໆ ບໍ່ແຕນ ພ້ອມດ້ວຍພະນັກງານ ຫຼັກແຫຼ່ງຂອງເມືອງໃຫ້ການ ຕ້ອນຮັບ ແລະ ຮ່ວມຢ້ຽມຢາມ ກອງທະຫານໃນຄັ້ງນີ້. ໂອກາດດັ່ງກ່າວທ່ານເຈົ້າ ແຂວງແມ່ນໄດ້ຢ້ຽມຢາມ ແລະ ພົບປະກັບອ້າຍນ້ອງທະຫານກອງຮ້ອຍຊາຍແດນທີ່ຂຶ້ນກັບ ກອງພັນ 413 ກອງບັນຊາການ ທະຫານແຂວງໄຊຍະບູລີ, ທີ່ກໍາ ລັງປະຕິບັດໜ້າທີ່ຢູ່ເຂດຊາຍ ແດນເມືອງບໍ່ແຕນ, ເຊິ່ງທ່ານເຈົ້າ ແຂວງໄດ້ຖາມຂ່າວຄາວ, ຄວາມ ສຸກ-ທຸກ ພ້ອມທັງໄດ້ໃຫ້ກໍາລັງໃຈ ກັບອ້າຍນ້ອງທະຫານແຕ່ລະຄົນ, ພ້ອມທັງໄດ້ຮຽກຮ້ອງໃຫ້ທະ ຫານທຸກຄົນຈົ່ງເຊີດຊູທຸກກໍາລັງ ແຮງເຂົ້າໃນການປະຕິບັດໜ້າທີ່ອັນມີກຽດສະຫງ່າທີ່ຊາດໄດ້ ມອບໝາຍໃຫ້, ກໍຄືການຮັກສາ ເຂດນໍ້າແດນດິນອັນຄົບຖ້ວນ ຂອງຊາດ, ເວົ້າລວມ, ເວົ້າສະ ເພາະແມ່ນເຂດນໍ້າແດນດິນຂອງ ແຂວງໄຊຍະບູລີໄວ້ໃຫ້ໝັ້ນຄົງ, ພ້ອມກັນອົດທົນຜ່ານຜ່າອຸ ປະສັກນາໆປະການ ເພື່ອເຮັດ ໜ້າທີ່ຂອງຕົນ, ການຢ້ຽມຢາມ ຄັ້ງນີ້ທ່ານເຈົ້າແຂວງໄຊຍະບູລີ ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ົ່ມ, ເຄື່ອງອຸປະໂພກ-ບໍລິໂພກ, ເຂົ້າ ສານ, ອາຫານແຫ້ງ ແລະ ພາຫະ ນະປະເພດລົດຊິ້ງ 1 ຄັນ ລວມ ມູນ ຄ່າທັງໝົດ 50 ລ້ານກວ່າກີບ ມອບໃຫ້ກອງຮ້ອຍທະຫານຊາຍ ແດນດັ່ງກ່າວ, ຈາກນັ້ນ ທ່ານເຈົ້າ ແຂວງ ພ້ອມດ້ວຍຄະນະກໍໄດ້ ຢ້ຽມຢາມ ແລະ ພົບປະກັບປະ ຊາຊົນບ້ານນໍ້າພຽງ ພ້ອມທັງໄດ້ ມອບເງິນເພື່ອປະກອບສ່ວນເຂົ້າ ເປັນກອງທຶນຂອງບ້ານ ຈໍານວນ 10 ລ້ານກີບ, ມອບເງິນໃຫ້ເມືອງ ບໍ່ແຕນ ຈໍານວນ 20 ລ້ານກີບ ເພື່ອປະກອບສ່ວນໃນການກໍ່ສ້າງ ຂົວອູ່ຂ້າມນໍ້າຮອຍ ເຂດບ້ານ ໜອງຜັກບົ້ງ ເມືອງບໍ່ແຕນຕື່ມ ອີກ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ