ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ທ່ານ ພົນຕີ ພູວົງ ວົງພົມ ເຂົ້າຢ້ຽມຢາມຫໍມູນເຊື້ອປະທານ ໄກສອນ ພົມວິຫານ ຢູ່ໂຮງຮຽນນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2019-02-08 09:37:26 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1630 | ຄວາມນິຍົມ:



ໃນວັນທີ 1 ກຸມພາ 2019 ນີ້, ພາຍຫຼັງສໍາເລັດການເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊແລ້ວ, ທ່ານ ພົນຕີ ພູວົງ ວົງພົມ ກໍາມະການຄະນະ ປະຈໍາພັກກະຊວງ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ເຂົ້າຢ້ຽມຊົມຫໍມູນເຊື້ອປະທານ ໄກສອນ ພົມວິຫານ ຢູ່ໂຮງ ຮຽນວຽງໄຊ, ທີ່ມີປະຫວັດມູນ ເຊື້ອຕິດພັນກັບຊີວິດ ແລະ ການ ເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ, ໃນການຊົມຄັ້ງນີ້, ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ, ຫົວໜ້າການ ທະຫານໂຮງຮຽນ ນາຍສິບເລກ 2 ວຽງໄຊ ໄດ້ກ່າວວ່າ: ໂຮງຮຽນ ແຫ່ງນີ້ສ້າງຕັ້ງຂຶ້ນຢູ່ທີ່ຊວນ ທັນ,ເມືອງກຸຍເຮິບ ແຂວງເຫງະ ອານໃນກາງປີ 1962, ຍົກຍ້າຍ ມາສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວປີ 1976 ທີ່ ບ້ານນາໄກ່, ເມືອງວຽງໄຊ, ແຂວງຫົວພັນ ແລະ ຍົກຍ້າຍມາຢູ່ທີ່ຕັ້ງປັດຈຸບັນໃນເວລາຕໍ່ມາຄືກາງປີ 1988, ຫໍມູນເຊື້ອຍັງໄດ້ ສ່ອງແສງໃຫ້ເຫັນການເຄື່ອນ ໄຫວວຽກງານແຕ່ລະໄລຍະ ຂອງໂຮງຮຽນວຽງໄຊ , ຄໍາວ່າ " ວຽງໄຊ" ແມ່ນຊື່ລັບຂອງປະ ທານໄກສອນ ພົມວິຫານ ໃນໄລ ຍະການຕໍ່ສູ້ກູ້ຊາດ ແລະ ໄດ້ຮັບ ກຽດເອົາມາເປັນຊື່ຂອງໂຮງຮຽນນາຍສິບເລກ 2 ກອງທັບ. ຈຸດປະສົງການສ້າງຫໍມູນ ເຊື້ອດັ່ງກ່າວ ກໍເພື່ອການສຶກສາ ຄົ້ນຄວ້າປະຫວັດສາດການຕໍ່ ສູ້ຂອງຊາດລາວ, ເຫັນໄດ້ຜົນ ງານວີລະກຳອັນລໍ້າເລີດ ແລະ ແບບຢ່າງອັນໃສແຈ້ງຂອງບັນດາຜູ້ນຳການປະຕິວັດລາວເວົ້າ ລວມ, ເວົ້າສະເພາະແມ່ນ ປະທານ ໄກສອນ ພົມວິຫານ ແລະ ເພື່ອຈົດ ຈໍາບຸນຄຸນຄໍາສອນ ແລະ ສືບຕໍ່ພາ ລະກິດຂອງທ່ານນັ້ນພະນັກງານ ນາຍ ແລະ ພົນທະຫານຕ້ອງຊອກຮູ້ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທໍາປະຕິວັດ, ແບບ ແຜນວິທີນໍາພາ ແລະ ການດໍາ ລົງຊີວິດອັນປອດໃສຂອງເພີ່ນ ເພື່ອເປັນຊ່ອງທາງໃນການເຝິກ ຝົນຫຼໍ່ຫຼອມຕົນເອງ ແລະ ເພື່ອ ການພັດທະນາກົມກອງຂອງ ນາຍ ແລະ ພົນທະຫານເຮົາ. ໂດຍ: ພັນຕີ ບຸນທະວີໄຊ ກຸລະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ