ຄະນະສິລະປະກອນກອງທັບແຫ່ງຣາຊະອານາຈັກກຳປູເຈຍ ສືບຕໍ່ສະແດງທີ່ແຂວງຫຼວງພະບາງ
ເວລາອອກຂ່າວ: 2019-02-11 09:07:26 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1750 | ຄວາມນິຍົມ: ![]()
ວັນທີ 6 ກຸມພາ 2019 ນີ້ ,
ຄະນະສິລະປະກອນກອງທັບ ແຫ່ງ ຣາຊະອານາຈັກກໍາປູເຈຍ ສືບຕໍ່ເຄື່ອນໄຫວຢ້ຽຢາມ ແລະ
ສະແດງມິດຕະພາບຢູ່ທີ່ແຂວງ
ຫຼວງພະບາງ ໂດຍໃຫ້ກຽດເຂົ້າ
ຮ່ວມຮັບຊົມ ຂອງທ່ານ ສາຍສະ
ໝອນ ຄົມທະວົງ ຮອງເລຂາ ພັກແຂວງ, ປະທານສະພາປະ ຊາຊົນ ແຂວງຫຼວງພະບາງ, ທ່ານ ພົນຈັດຕະວາ ບຸນຊູ ດວງຄໍາມີ ຄະນະປະຈໍາພັກແຂວງ, ຫົວໜ້າ ການເມືອງກອງບັນຊາການທະ
ຫານແຂວງຫຼວງພະບາງ, ທ່ານ
ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາ ມະການພັກແຂວງ, ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງຫຼວງພະບາງພ້ອມ ດ້ວຍແຂກຖືກຮັບເຊີນຈາກຄະ ນະນຳແຂວງ, ກຳລັງ ປກສ ແລະ ປະຊາ ຊົນພາຍໃນເທສະບານແຂວງເຂົ້າຮ່ວມຮັບຊົມ.
ລາຍການສະແດງຄັ້ງນີ້ມີ ທັງໝົດ 10 ລາຍການແຕ່ລະລາຍ ການລ້ວນແລ້ວແຕ່ມີເນື້ອໃນທີ່ ສ່ອງແສງເຖິງສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ສອງ ຊາດ, ສອງກອງທັບ ລາວ-ກໍາປູ
ເຈຍ ທີ່ມີມາແຕ່ດົນນານ, ທັງສ່ອງ
ແສງໃຫ້ເຫັນຮີດຄອງ ແລະ ວັດທະ
ນະທໍາຂອງກຳປູເຈຍ ເຊິ່ງໄດ້ ສ້າງບັນຍາກາດເບີກບານມ່ວນ ຊື່ນໃຫ້ແກ້ຜູ້ຊົມເປັນຢ່າງດີ.
ການສະແດງລາຍການ ມິດຕະພາບຂອງຄະນະສິລະ ປະກອນກອງທັບ ແຫ່ງ ຣາຊະ
ອານາຈັກກໍາປູເຈຍຢູ່ທີ່ແຂວງ ຫຼວງພະບາງໃນຄັ້ງນີ້ ເປັນເຫດ ການທີ່ມີຄວາມໝາຍຄວາມ ສໍາຄັນ, ປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ກໍາປູເຈຍໃຫ້ ຂະຫຍາຍຕົວດີຂຶ້ນ, ພ້ອມກັນນັ້ນ ກໍຍັງເປັນການປະກອບສ່ວນອັນ
ສຳຄັນເຂົ້າໃນການສ້າງບັນຍາ ກາດຟົດຟື້ນມ່ວນຊື່ນໃຫ້ແກ່ພະ ນັກງານ-ນັກຮົບໃນກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນໂອກາດສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບ ປະຊາຊົນ ລາວ
ຄົບຮອບ 70 ປີ ທັງເປັນການ
ແລກປ່ຽນບົດຮຽນທາງດ້ານ ສິລະປະ, ວັດທະນະທໍາ ເຊິ່ງກັນ ແລະ ກັນລະຫວ່າງ ລາວ-ກຳປູ ເຈຍ ອີກດ້ວຍ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















