ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊວຊີ ສັ່ງປົດ “ທູເຄິລ” ອອກຈາກຕໍາແໜ່ງ
ເວລາອອກຂ່າວ: 2022-09-09 10:32:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ເຊວ​ຊີ ສະໂມສອນ​ຊັ້ນ​ແນວ​ໜ້າ​ແຫ່ງ​ເວທີ ພຣີ​ເມຍ​ລີກ ອັງກິດ ປະກາດ​ແຍກ​ທາງ​ກັບ ໂທມ​​ັສ ທູ​ເຄິ​​ລ ຄູ​ເຝິກ​ຊາວ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ​ແລ້ວ​ເມື່ອ​ວັນ​ພຸດທີ 7 ກັນຍາ ຫຼັງ​ຈາກ​ສ້າງ​ຜົນງານ​ຕົກຕໍ່ານັບ​ຕັ້ງແຕ່​ການ​ເລີ່ມ​ຕົ້ນ​ຂອງ​ລະດູ​ການ 2022-2023. ເຊວ​ຊີ ຖະແຫຼງ​ຜ່ານ​ເວັບ​ໄຊ​ຂອງ​ສະໂມສອນ​ວ່າ " ໃນ​ນາມ​ຂອງ​ທຸກ​ຄົນ​ທີ່ ເຊວ​ຊີ ສະໂມ ສອນ​ຂໍ​ຂອບໃຈ ໂທມ​​ັສ ທູ​ເຄິ​​ລ ແລະ ທີມ​ງານ​ຂອງ​ເຂົາ​ສຳລັບ​ຄວາມ​ພະຍາຍາມ​ທັງ​ໝົດ​ຂອງ​ພວກ​ເຂົາ​ໃນ​ໄລຍະ​ເວລາ​ເຮັດໜ້າທີ່ຂອງ​ພວກ​ເຂົາ​ຢູ່​ສະໂມສອນ". ທູ​ເຄິ​​ລ ອາຍຸ 49 ປີ ເຂົ້າ​ມາ​ຄຸມ ເຊວ​ຊີ ເມື່ອ​ເດືອນ​ມັງກອນ​ປີ 2021 ໂດຍ​ມາ​ຮັບ​ໜ້າທີ່​ຕໍ່​ຈາກ ແຟຣງ ແລມ​ພາດ ກ່ອນ​ພາ​ທີມ​ ໄດ້​ແຊັມ ຢູ​ຟ່າ ແຊັມ​ປຽນລີກ ລະ ດູ​ການ 2020-2021, ຢູ​ຟ່າ ຊູ​ເປີຄັບ 2021 ແລະ ສະໂມສອນ​ໂລກ 2021. ຢ່າງໃດ​ກໍ​ຕາມ ທູ​ເຄິ​​ລ ເລີ່ມ​ຕົ້ນ​ລະດູ​ການ 2022-2023 ໄດ້​ຢ່າງ​ຕົກຕໍ່າ ໂດຍ​ຢູ່​ອັນ​ດັບ​ທີ 6 ໃນ​ລີກ ຫຼັງ​ຈາກ​ທີ່​ເກັບ​ໄດ້ 10 ຄະແນນ​ຈາກ 6 ນັດ ກ່ອນ​ທີ່​ຈະ​ຊະ​ຕາ​ຂາດ ຫຼັງ​ພາ​ທີມ​ອອກ​ໄປ​ພ່າຍ​ແພ້ ດິ​ນາ​ໂມ ຊາ​ເກຣບ 0-1 ໃນ​ນັດ​ທຳ​ອິດ​ໃນ​ຮອບ​ແບ່ງ​ກຸ່ມ ແຊັມ​ປຽນ​ລີກ ເມື່ອ​ວັນ​ອັງຄານ​ທີ 6 ກັນຍາ​ທີ່​ຜ່ານ​ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ