ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າພາບ ກາ​ຕາ ອະນຸຍາດ​ຂາຍ​ເຫຼົ້າ​ໄລຍະ​ເຕະບານໂລກ 2022
ເວລາອອກຂ່າວ: 2022-09-09 10:34:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ຝ່າຍ​ຈັດການ​ແຂ່ງຂັນ​ບານ ເຕະ​ໂລກ 2022 ປະກາດ​ຢືນ ຢັນ​ວ່າ ຈະ​ມີ​ການ​ອະນຸຍາດໃຫ້ ຂາຍເຄື່ອງ​ດື່ມ​ທາດ​ເຫຼົ້າ​ໃນບາງ ​ພື້ນ​ທີ່​ຂອງ​ສະຫນາມກີລາຂອງ ​ມະ​ຫະ​ກຳ​ການ​ແຂ່ງຂັນ​ເຕະບານ ໂລກ ຈະ​ຈັດ​ຂຶ້ນ​ໃນ​ປະເທດ​ມຸດ​ສະ​ລິມ​ເປັນ​ຄັ້ງ​ທຳ​ອິດ​ໃນ​ທ້າຍ​ປີ​ ນີ້ ເຊິ່ງ​ເຄື່ອງ​ດື່ມ​ມຶນເມົາ​ຖື​ເປັນ ຂອງ​ຕ້ອງ​ຫ້າມ​ຂອງ​ສາສະໜາ​ອິດ​ສະ​ລາມ. ກ່ອນ​ໜ້າ​ນີ້ມີ​ການ​ຢືນຢັນ​ວ່າ ເຂດ​ກອງ​ເຊຍ​ພາຍ​ໃນ​ເມືອງ​ໂດ​ຮາ ທີ່​ມີ​ຄວາມ​ຈຸ 40.000 ທີ່​ນັ່ງ​ນັ້ນ ຈະ​ເປີດ​ໃຫ້​ມີ​ການ​ດື່ມ ແລະ ກິນ​ເຫຼົ້າ​ໄດ້. ທ່ານ Nasser Al Carter ຜູ້​ບໍລິຫານ​ຝ່າຍ​ຈັດການ​ແຂ່ງຂັນ ກ່າວ​ວ່າ ເຮົາ​ຕ້ອງການ​ໃຫ້​ຜູ້​ຄົນ​ເດີນທາງ​ມາ ແລ້ວ​ໄດ້​ຮັບ​ປະສົບ​ ການ​ທີ່​ພວກ​ເຂົາ​ຈະ​ບໍ່​ມີ​ທາງ​ລືມ​ເລືອນ, ນອກຈາກ​ນັ້ນ ເຂົາ​ຍັງ​ໄດ້​ກ່າວ​ອີ​ກວ່າ ຕອນ​ນີ້ຍັງ​ມີ​ການ​ດຳເນີນ​ການ​ເພື່ອ​ຫາ​ຂໍ້​ສະຫຼຸບ​ກ່ຽວ​ກັບ​ເຫຼົ້າ​ຂັ້ນ​ສຸດ​ທ້າຍ ແຕ່​ນີ້​ຄື​ຄັ້ງ​ທຳ​ອິດທີ່​ຝ່າຍ​ຈັດ​ງານ​ໄດ້​ປະກາດ​ອະນຸຍາດ​ໃຫ້​ກອງ​ເຊຍ​ດື່ມກິນ​ພາຍ​ໃນ​ຂອບ​ເຂດ​ຂອງ​ສະໜາມ​ແຂ່ງຂັນ. ລາຍ​ງານ​ດັງ​ກ່າວ, ຍັງ​ບໍ່​ທັນ​ເປັນ​ທີ່​ຈະແຈ້ງ​ເທື່ອ​ວ່າ ເຂດ​ທີ່​ໄດ້​ຮັບ​ອະນຸຍາດ​ນັ້ນ​ຢູ່​ພາຍ​ນອກ ຫຼື ອ້ອມ​ຮອບ​ສະໜາມ ແຕ່​ລາຍ​ງານ​ອ້າງ​ວ່າ ຜູ້​ຊົມ​ທີ່​ຖື​ປີ້ຈະ​ໄດ້​ຮັບ​ອະ ນຸຍາດ​ໃຫ້​ຊື້​ເຄື່ອງ​ດື່ມ​ມຶນເມົາ​ກ່ອນ​ເລີ່ມ​ເຕະ 3 ຊົ່ວໂມງ ແລະ ຫຼັງ​ຈົບ​ເກມ​ອີກ 1 ຊົ່ວໂມງ ແຕ່​ບໍ່​ມີ​ການ​ຂາຍ​ໃນ​ລະຫວ່າງ​ທີ່​ເກມ​ກຳລັງ​ແຂ່ງຂັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ