ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດກໍສ້າງເສັ້ນທາງລົດໄຟລາວ-ຈີນຈຳກັດ ມອບເຄື່ອງໃຫ້ແກ່ກອງບັນຊາການທະຫານວຽງຈັນ
ເວລາອອກຂ່າວ: 2019-02-11 10:16:53 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 30 ມັງກອນ 2019 ຜ່ານມານີ້, ທ່ານ ປອ ກຸງ ສຸກອາລຸນ ຮອງຜູ້ອຳນວຍການ ໃຫຍ່ຜູ້ປະຈຳການ ບໍລິສັດກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ, ພ້ອມ ຄະນະໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກ ລວມມູນຄ່າ 11 ລ້ານກີບ, ມາມອບໃຫ້ກອງບັນ ຊາການທະຫານແຂວງວຽງຈັນ, ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເຊິ່ງໃຫ້ການຕ້ອນຮັບ ແລະ ກ່າວ ຮັບຂອງ ພັນໂທ ຫຸມພັນ ສີຍາ ແສງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບໍລິຫານກອງ ບັນຊາການທະຫານແຂວງວຽງ ຈັນ, ພ້ອມດ້ວຍພະນັກງານທັງ ສອງຝ່າຍເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ພັນໂທ ຫຸມພັນ ສີຍາແສງ ກໍໄດ້ຕາງ ໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ສະແດງ ຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ບໍລິສັດກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ ເວົ້າສະເພາະ ທ່ານ ປອ ກຸງ ສຸກອາລຸນ ຮອງຜູ້ ອຳນວຍການໃຫຍ່ບໍລິສັດກໍ່ສ້າງ ທາງ ລົດໄຟລາວ-ຈີນ ພ້ອມຄະນະ ທີ່ໄດ້ນຳເອົາວັດຖຸປັດໄຈມາມອບ ໃຫ້ກົມກອງໃນຄັ້ງນີ້, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາ ເຄື່ອງຈຳນວນດັ່ງກ່າວໄປມອບຕໍ່ ໃຫ້ອ້າຍນ້ອງທີ່ພວມປະຕິບັດ ໜ້າທີ່ປະຈຳຢູ່ຈຸດຕ່າງໆຢູ່ຕາມ ເສັ້ນທາງເລກທີ 13 ເໜືອ, ເປັນ ຕົ້ນແມ່ນປ້ອງກັນໂຄງການກໍ່ ສ້າງເສັ້ນທາງລົດໄຟລາວ-ຈີນ ຢູ່ຂອບເຂດເມືອງກາສີ ໃຫ້ທົ່ວ ເຖິງກັນ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ