ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ຄະນະສິລະປະກອນກອງທັບແຫ່ງຣາຊະອານາຈັກກຳປູເຈຍ ສຳເລັດການສະແດງມິດຕະພາບຢູ່ກອງພົນທີ 2
ເວລາອອກຂ່າວ: 2019-02-12 09:15:56 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1545 | ຄວາມນິຍົມ:



ວັນທີ 8 ກຸມພາ 2019 ນີ້, ຄະນະສິລະປະກອນກອງທັບ ແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ສໍາເລັດການສະແດງມິດ ຕະພາບ ເພື່ອຂໍ່ານັບຊົມເຊີຍວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທີ່ກອງພົນທີ 2 ໂດຍໃຫ້ກຽດເຂົ້າຮ່ວມຮັບ ຊົມຂອງ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າການ ເມືອງ, ມີ ທ່ານ ປອ ພັນເອກສີພອນ ແກ້ວສະໄໝ ຮອງຫົວ ໜ້າກົມໂຄສະນາອົບຮົມກົມ ໃຫຍ່ການເມືອງກອງທັບ, ຄະນະ ພັກ- ຄະນະບັນຊາກອງພົນ, ພ້ອມ ດ້ວຍແຂກຖືກເຊີນຈາກກໍາລັງ ປກສ ແລະ ພໍ່ແມ່ປະຊາຊົນບັນ ດາເຜົ່າພາຍໃນເທສະບານແຂວງ ເຂົ້າຮ່ວມຮັບຊົມ. ການເຄື່ອນໄຫວສະແດງໃນ ຄັ້ງນີ້ກໍເພື່ອສ້າງບັນຍາກາດເບີກ ບານມ່ວນຊື່ນໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ແລະ ເປັນການເພີ່ມທະວີສາຍພົວພັນ ມິດຕະພາບລະຫວ່າງ 2 ຊາດ 2 ກອງທັບລາວ-ກໍາປູເຈຍໃຫ້ນັບ ມື້ແໜ້ນແຟ້ນ ລາຍການສະແດງ ຂອງຄະນະສິລະປະກອງທັບ ແຫ່ງຣາຊະອານາຈັກກໍາປູເຈຍ ໃນຄັ້ງນີ້ລວມມີ 10 ລາຍການ ເຊິ່ງທຸກໆລາຍການລ້ວນແລ້ວ ແຕ່ມີເນື້ອໃນທີ່ສ່ອງແສງເຖິງ ສາຍພົວພັນມິດຕະພາບ, ລາວ- ກໍາປູເຈຍ ມີມາແຕ່ດົນນານ, ທັງ ສ່ອງແສງໃຫ້ເຫັນເຖິງຮີດຄອງ ປະເພນີ ແລະ ວັດທະນະທໍາອັນ ດີງາມກໍາປູເຈຍກໍຄືຂອງລາວ. ຄະນະສິລະປະກອນກອງທັບ ແຫ່ງຣາຊະອານາຈັກກຳປູເຈຍ ມາຢ້ຽມຢາມ ແລະ ການເຄື່ອນ ໄຫວສະແດງມິດຕະພາບໃນໂອ ກາດສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີຢູ່ ສປປ ລາວ ເລີ່ມ ແຕ່ວັນທີ 30 ມັງກອນ 2019 ແລະ ໄດ້ສະແດງມິດຕະພາບຢູ່ ນະຄອນຫຼວງວຽງຈັນ, ຫຼວງ ນໍ້າທາ, ອຸດົມໄຊ, ໂຮງຮຽນ ກໍ່ສ້າງນາຍສິບທະຫານຮາບ ເລກ 1, ຫຼວງພະບາງ ແລະ ຢູ່ກອງພົນທະຫານຮາບທີ 2 ເຊິ່ງເປັນວາລະສຸດທ້າຍຂອງ ການສະແດງມິດຕະພາບໃນ ຄັ້ງນີ້ ແລະ ເດີນທາງກັບຄືນປະ ເທດດ້ວຍຄວາມສະຫວັດດີ ພາບໃນຕອນ ເຊົ້າຂອງວັນທີ 1 ກຸມພາ 2019 ນີ້. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ